ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເບລາຣຸດ Khrenin Viktor Gennadievich (ພາບ: VOV) |
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບ ເບລາຣຸດ ເປັນສຳຄັນ; ສະເໜີສອງຝ່າຍສືບຕໍ່ຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍເລິກເຊິ່ງກວ່າອີກ ໂດຍຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາບັນດາກົນໄກຮ່ວມມືມີ່ພວມມີໃຫ້ມີປະສິດທິຜົນ; ຊຸກຍູ້ການຮ່ວມມືບຳລຸງສ້າງ, ເສນາຮັກ, ປະຫວັດສາການທະຫານ… ທ່ານປະທານປະເທດ ກໍສະເໜີໃຫ້ການນຳຂັ້ນສູງ ເບລາຣຸດ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນການພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ກັບ ເບລາຣຸດ, ໃນນັ້ນ ມີການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ, ໃຫ້ນັບມື້ນັບພັດທະນາ, ສອດຄ່ອງກັບຜົນປະໂຫຍດຂອງສອງຝ່າຍ.
ສ່ວນທ່ານລັດຖະມົນຕີ Khrenin Vikror Gennadievich ຢັ້ງຢືນວ່າ ບຸລິມະສິດຂອງເບລາຣຸດ ແມ່ນຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ມີຄວາມປາດຖະໜາຢາກຊຸກຍູ້ຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ Khrenin Viktor Gennadievich ເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດເວົ້າສະເພາະ ແລະ ການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ ໃຫ້ນັບມື້ນັບພັດທະນຂຶ້ນສູ່ລະດັບສູງໃໝ່.

