ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນຄ່ຳວັນທີ 22 ກັນຍາ ຕາມເວລາທ້ອງຖິ່ນ, ຢູ່ນິວຢອກ, ອາເມລິກາ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງເນື່ອງໃນໂອກາດວັນສະຖາປະນາປະເທດແຫ່ງ ສສ.ຫວຽດນາມ ຄົບຮອບ 80 ປີ ຢ່າງສົມກຽດ (2/9/1945 - 2/9/2025). ກ່າວຄຳເຫັນນະທີ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ໄດ້ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນວິວັດທະການສ້າງຄວາມປອງດອງ, ຮຳບາດແຜ, ການຮ່ວມມື ແລະ ພັດທະນາ; ຫວຽດນາມ ໃນວັນນີ້ ແມ່ນປະເທດທີ່ສະໜິດສະໜົມ, ຂະຫຍັນຂັນເຄື່ອນ ແລະ ມິດຕະພາບຢູ່ພາກພື້ນ ອາຊີ - ປາຊີຟິກ; ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນເພື່ອພື້ນຖານສັນຕິພາບແບບຍືນຍົງ.

ກ່າວຄຳເຫັນອວຍພອນ ຫວຽດນາມ ເນື່ອງໃນໂອກາດສຳຄັນນີ້, ທ່ານ Izumi Nakamitsu ຮອງເລຂາທິການໃຫຍ່ ແລະ ອົງການຕາງໜ້າຂັ້ນສູງກ່ຽວກັບການຫຼຸດຜ່ອນກຳລັງອາວຸດຂອງ ສປຊ ຢັ້ງຢືນວ່າ ປະຊາຊົນ ຫວຽດນາມ ໄດ້ວາງເສັ້ນທາງສະເພາະຂອງຕົນ, ເສັ້ນທາງເອກະລາດຢ່າງແທ້ຈິງ ແລະ ຫວຽດນາມ ມີສິດເອກອ້າງທະນົງໃຈຕໍ່ບັນດາຜົນງານທີ່ບັນລຸໄດ້. ພ້ອມດຽວກັນນັ້ນ, ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ກັບ ສປຊ ແລະ ກົດບັດ ສປຊ ນັ້ນ ກໍໄດ້ຢັ້ງຢືນໃຫ້ເຫັນທີ່ຕັ້ງ ແລະ ບົດບາດຢ່າງໃຫຍ່ຫຼວງຂອງ ຫວຽດນາມ ໃນປະຊາຄົມສາກົນ.