ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນປະທານກອງປະຊຸມ (ພາບ: VOV)

ຕອນຄ່ຳວັນທີ 16 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ຫົວໜ້າຄະນະຊີ້ນຳກ່ຽວກັບການສະຫຼບການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນຢູ່ບັນດາອົງການຂອງສະພາແຫ່ງຊາດ, ອົງການຂຶ້ນກັບຄະນະປະຈຳສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ” (ຄະນະຊີ້ນຳ), ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ການສັບຊ້ອນ ຕ້ອງຖືກຕ້ອງຕາມທິດນຳ ສູນກາງເປັນແບບຢ່າງນຳໜ້າ ແລະ ທ້ອງຖິ່ນຕອບສະໜອງ. ທ່ານປະທານສະພາແຫ່ງຊາດ ສະເໜີວ່າ ຕ້ອງມີຄວາມເອົາໃຈໃສ່ເປັນພິເສດເຖິງວິວັດທະນາການສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງໃຫ້ສົມບູນແບບ; ສຳຫຼວດກວດຄືນໂດຍດ່ວນ, ປັບປຸງເພີ່ມເຕີມບາງກົດໝາຍ, ມະຕິທີ່ກ່ຽວຂ້ອງເຖິງກົງຈັກການຈັດຕັ້ງ ແລະ ນະໂຍບາຍສຳລັບພະນັກງານລັດຖະກອນ, ພາລະກອນ.

ທ່ານປະທານສະພາແຫ່ງຊາດເອົາໃຈໃສ່ວ່າ ການສັບຊ້ອນບັນດາກຳມາທິການຕ້ອງກວມລວມໝົດທຸກພັນທະ, ໜ້າທີ່ທີ່ລັດຖະທຳມະນູນມອບໃຫ້ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ຄະນະຊີ້ນຳປະຕິບັດໜ້າທີ່ໃຫ້ສຳເລັດໂດຍໄວ ເພື່ອລາຍງານຕໍ່ກົມການເມືອງໃຫ້ຖືກຕ້ອງຕາມກຳນົດເວລາ ກ່ອນ ວັນທີ 31 ທັນວາ.

ເລຕວຽດ