ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມກັບຄະນະໄປຢ້ຽມຢາມພໍ່ແມ່ປະຊາຊົນເນື່ອງໃນໂອກາດບຸນປີໃໝ່ (ພາບ: VOV) |
ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມອບຂອງຂວັນໃຫ້ 100 ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຂອງເມືອງ ເຈົາແທັ່ງອາ, ນັກຮົບກຳລັງປະກອບອາວຸດ 10 ຄົນທີ່ປະສົບກັບຄວາຫຍຸ້ງຍາກ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ກໍເປັນສັກຂີພິຍານເລື່ອງທະນາຄານກະສິກຳ ແລະ ພັດທະນາຊົນນະບົດ (Agribank) ມອບເງິນຈຳນວນ 500 ລ້ານດົ່ງໃຫ້ແກ່ແນວໂຮມປະເທດຊາດເມືອງເຈົາແທັ່ງອາ.
ກໍໃນຕອນເຊົ້າວັນທີ 12 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດໃຫ້ແກ່ກຳມະກອນຢູ່ບໍລິສັດ ຢາບກວານທັງ, ມອບຂອງຂວັນຈຳນວນ 100 ພູດໃຫ້ແກ່ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິສັດ.
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ |
ເນື່ອງໃນໂອກາດນີ້, ວັນທີ 11 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄຸນງາມຄວາມດີ, ຜູ້ສູງອາຍຸ, ພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນ ແລະ ກຳມະກອນ, ຊາວຜູ້ອອກແຮງງານຢູ່ບັນດາເມືອງ ຖ໊າຍທຸ້ຍ, ຕ່ຽນຫາຍ, ດົງຮຶງ ແຂວງ ຖ໊າຍບິ່ງ.


