ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 18 ທັນວາ, ຢູ່ນະຄອນ ຫາຍຟ່ອງ, ໄດ້ດຳເນີນກອງປະຊຸມປະກາດມະຕິຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງອຳນາດການປົກຄອງຕົວເມືອງ ຢູ່ນະຄອນ ຫາຍຟ່ອງ ແລະ ມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການສັບຊ້ອນຫົວໜ່ວຍບໍລິຫານຂັ້ນເມືອງ, ຂັ້ນຕາແສງຂອງນະຄອນ ຫາຍຟ່ອງ ໄລຍະ 2023 – 2025. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ:

“ຈັດຕັ້ງປະຕິບັດຮູບແບບການຈັດຕັ້ງອຳນາດການປົກຄອງຕົວເມືອງໃຫ້ຄົບຊຸດ, ມີປະສິດທິຜົນ, ສົມບູນແບບ ຖືກຕ້ອງຕາມນ້ຳໃຈຂອງມະຕິ; ສ້າງລະບົບອຳນາດການປົກຄອງທຸກຂັ້ນພາຍຫຼັງການສັບຊ້ອນໃຫ້ສົມບູນແບບ, ຮັບປະກັນລັກສະນະເປັນເອກະພາບ, ລຸລ່ວງໃນການຄຸ້ມຄອງລັດ. ນະຄອນ ຫາຍຟ່ອງຕ້ອງປະຕິບັດວຽກງານໂຄສະນາ, ເຜີຍແຜ່ໃຫ້ເປັນຢ່າງດີ ເພື່ອໃຫ້ປະຊາຊົນເຂົ້າໃຈເປົ້າໝາຍ, ຄວາມໝາຍບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດ ຢ່າງຈະແຈ້ງ. ພ້ອມດຽວກັນນັ້ນ, ກໍ່ຫັນບັນດາລະບຽບການບໍລິຫານເປັນງ່າຍດາຍ.”

ເລຕວຽດ