ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະກັບກັບເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າທາງການທູດ ຫວຽດນາມ ຢູ່ຕ່າງປະເທດ (ພາບ: VOV)

ກ່າວຄຳເຫັນຢູ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ວຽກງານພົວພັນຕ່າງປະເທດ, ການທູດ ໃນໄລຍະຜ່ານມາ ໄດ້ບັນລຸບັນດາໝາກຜົນ, ຜົນງານສຳຄັນ, ມີຄວາມໝາຍປະຫວັດສາດ, ສ້າງທີ່ຕັ້ງຍຸດທະສາດໃໝ່ຂອງປະເທດຊາດ.

ຕີລາຄາສູງບົດບາດຂອງບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າທາງການທູດ ຫວຽດນາມ ປະຈຳຕ່າງປະເທດ ມີສາຍພົວພັນອັນສະໜິດແໜ້ນກັບບັນດາປະເທດປະຈຳຖິ່ນ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ບັນດາສະຖານທູດ, ສະຖານກົງສູນໃຫຍ່ ສືບຕໍ່ຊຸກຍູ້ການເຊື່ອມຕໍ່ຮ່ວມມືລະຫວ່າງລັດຖະບານ ກັບ ລັດຖະບານ; ລັດຖະສະພາກັບລັດຖະສະພາ; ຮ່ວມມືດ້ານການລົງທຶນສອງຝ່າຍ; ຍູ້ແຮງສາຍພົວພັນລະຫວ່າງທ້ອງຖິ່ນ ກັບ ທ້ອງຖິ່ນ.

ກ່ຽວກັບການທູດລັດຖະສະພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າການທາງການທູດ ຫວຽດນາມ ປະຈຳ ຕ່າງປະເທດ ຍູ້ແຮງການເຄື່ອນໄຫວພົວພັນການຕ່າງປະເທດຫຼາຍຝ່າຍ ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການຄືສະຫະພັນລັດຖະສະພາສາກົນ (IPU), ສະມັດຊາໃຫຍ່ລັດຖະສະພາ ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (AIPA), ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF).

ເລຕວຽດ