ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ເລີ່ມຕົ້ນການປະຕິບັດງານ (ພາບ: TTXVN) |
ເລື່ອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເຂົ້າຮ່ວມວາລະປຶກສາຫາລືລວມແມ່ນກົງກັບໂອກາດ ສະເຫຼີມສະຫຼອງ 80 ປີສ້າງຕັ້ງ ສປຊ (1945 – 2025) ມີຄວາມໝາຍສຳຄັນ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າແກ່ນສານຂອງ ສປຊ. ການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກື່ອງ ແລະ ຄະນະຜູ້ແທນ ຫວຽດນາມ ບໍ່ພຽງແຕ່ສະແດງຄວາມສົນໃຈຢ່າງເລິກເຊິ່ງຂອງພັກ ແລະ ລັດ ທີ່ມີຕໍ່ການຮ່ວມມືຫຼາຍຝ່າຍ, ບັນດາໂຄງການດຳເນີນງານໃຫຍ່ຂອງ ສປຊ ເທົ່ານັ້ນ, ຫາກຍັງຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນຂອງ ຫວຽດນາມ ອີກດ້ວຍ.
ການປະຕິບັດງານຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ດຳເນີນກົງກັບໂອກາດ ຫວຽດນາມ ແລະ ອາເມລິກາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການ (12/07/1995 - 12/07/2025) ແລະ 2 ປະເທດຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດຮອບດ້ານ (09/2023 - 09/2025).

