ລາຍການວາດພາບຄືນພາບການດຳລົງຊີວິດໃນສະໄໝກ່ອນ ແລະ ປັດຈຸບັນຂອງນະຄອນຫຼວງ ຮ່າໂນ້ຍ, ບັນດາຈຸດທີ່ເປັນເອກະລັກສະນເພາະຂອງນະຄອນ ຮ່າໂນ້ຍ ໃນສະໄໝປັດຈຸບັນ |
ຕອນຄ່ຳວັນທີ 10 ຕຸລາ, ຢູ່ສູນການຄ້າ ຊາປາ, ນະຄອນ Praha, ສ. ເຊັກໂກ, ສະມາຄົມວັດທະນະທຳສິລະປະ ຫວຽດນາມ ຢູ່ ເຊັກໂກ ໄດ້ສົມທົບກັບນັກອອກແບບ ລານເຮືອງ ມາຈາກ ຫວຽດນາມ, ຈັດລາຍການ ແຟຊັນສິລະປະພິເສດ ທີ່ມີຊື່ວ່າ “ລະດູໃບໄມ້ຫຼົ່ນ ໃນຄວາມຄິດຮອດ” ເພື່ອສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄົບຮອບ 71 ປີ (10/10/1954 – 10/10/2025).
ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດ ຫວຽດນາມ, ສະຫະສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ, ສະຫະສະມາຄົມຊາວ ຫວຽດນາມ ຢູ່ ເອີຣົບ ພ້ອມດ້ວຍພໍ່ແມ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ. ເຊັກໂກ. ດ້ວຍຫົວຂໍ້ “ລະດູໃບໄມ້ຫຼົ່ນໃນຄວາມຄິດຮອດ, ລາຍການດັ່ງກ່າວບໍ່ພຽງແຕ່ວາດພາບຄືນພາບການດຳລົງຊີວິດໃນສະໄໝກ່ອນ ແລະ ປັດຈຸບັນຂອງນະຄອນຫຼວງ ຮ່າໂນ້ຍ, ບັນດາຈຸດທີ່ເປັນເອກະລັກສະນເພາະຂອງນະຄອນ ຮ່າໂນ້ຍ ໃນສະໄໝປັດຈຸບັນ, ການເຊື່ອມໂຍງ ແລະ ພັດທະນາເທົ່ານັ້ນ, ຫາກຍັງໄດ້ແນະນຳບັນດາລາຍການສະແດງສິລະປະ, ການເດີນແບບຊຸດເສື້ອຍາວ, ສິລະປະທີ່ເປັນເອກະລັກຊ່ວຍວາດພາບຄືນຊຸມວັນເດືອນປີປະຕິວັດທີ່ສະຫງ່າອົງອາດຂອງຊາດ.
ຍືຮວາ, ນັກຂ່າວ VOV ປະຈຳ ສ.ເຊັກໂກ

