ທ່ານ ຫວູກວັກຮູຍ ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ ກ່າວຄຳເຫັນທີ່ພິທີປະກາດ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫວູກວັກຮູຍ ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ ເນັ້ນຫນັກວ່າ: ຫວຽດນາມພວມກ້າວເຂົ້າສູ່ໄລຍະຫັນປ່ຽນສຳຄັນພິເສດ ໃນສະພາວະການປະຕິວັດອຸດສາຫະກຳຄັ້ງທີ 4 ພວມດຳເນີນຢ່າງແຮງ ດ້ວຍບັນດາບຸກທະລຸໃຫມ່ກ່ຽວກັບເຕັກໂນໂລຊີຍຸດທະສາດ ເຮັດໃຫ້ໂຄງສ້າງບັນດາພື້ນຖານເສດຖະກິດມີການປ່ຽນແປງ. ໃນນັ້ນ ປັນຍາປະດິດ ພວມພົ້ນເດັ່ນຂຶ້ນຄືດັ່ງກຳລັງຫນູນໃຈກາງຂອງການປະຕິວັດນີ້. ຄາດວ່າ ໃນປີ 2030 AI ຈະນຳມາເຊິ່ງມູນຄ່າເທົ່າກັບ 5000 ຕື້ USD ໃຫ້ແກ່ເສດຖະກິດທົ່ວໂລກ.

“ຕໍ່ຫນ້າກາລະໂອກາດປະຫວັດສາດນີ້ ຫວຽດນາມ ຕັດສິນໃຈບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ ຫາກຍັງຕ້ອງສ້າງທີ່ຕັ້ງອັນໝັ້ນແກ່ນໃນຂົງເຂດຫລັກແຫລ່ງນີ້ ຜ່ານການເປັນເຈົ້າການຊຸກຍູ້ການຮ່ວມມືເລິກເຊິ່ງກັບບັນດາປະເທດ, ພື້ນຖານເສດຖະກິດ ແລະບັນດາກຸ່ມບໍລິສັດເຕັກໂນໂລຊີແຖວຫນ້າໂລກ.ເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ສູນນະວັດຕະກຳແຫ່ງຊາດ ໄດ້ສົມທົບກັບ JICA ສ້າງບົດລາຍງານ “ພື້ນຖານເສດຖະກິດ AI ຫວຽດນາມ ປີ 2025”