ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ແລະຄະນະ ສສຊ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ວິຖຸຍ ນະຄອນ ເກີນເທີ |
ຕອນບ່າຍວັນທີ 1 ກໍລະກົດນີ້, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ແລະຄະນະ ສສຊ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ວິຖຸຍ ນະຄອນ ເກີນເທີ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດຊຸດທີ 15.
ກ່າວຄຳເຫັນທີ່ນີ້, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກ ເລື່ອງສັບຊ້ອນບັນດາຫົວໜ່ວຍປົກຄອງຂັ້ນແຂວງ ແລະ ຕາແສງ ແມ່ນແຜນນະໂຍບາຍໃັຫຍ່ມີລັກສະນະປະຫວັດສາດ ເພື່ອແນໃສ່ປັບປຸງກົງຈັກໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ແທດຈິງ, ໃກ້ຊິດຕິດແທດກັບປະຊາຊົນ, ແກ້ໄຂບັນດາລະບຽບການບໍລິຫານຂອງປະຊາຊົນ ແລະ ວິສາຫະກິດໂດຍໄວ.
ແລະກໍໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ລົງກວດກາສູນການບໍລິການປົກຄອງສາທາລະນະຂອງຕາແສງ ວິຖຸຍ ໃນການເຄື່ອນໄັວມື້ທຳອິດ

