ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ໂດຍສືບຕໍ່ກອງປະຊຸມຄັ້ງທີ 46, ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍບາງສະບັບ, ໃນນັ້ນມີກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ: ການປັບປຸງ, ເພີ່ມເຕີມຄັ້ງນີ້ເພື່ອແນໃສ່ແກ້ໄຂບັນດາຈຸດອ່ອນພາຍຫຼັງ 15 ປີປະຕິບັດກົດໝາຍວ່າດ້ວຍການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ. ທ່ານໃຫ້ຮູ້ວ່າ:
ຕ້ອງຫັນລະບຽບການບໍລິຫານເປັນງ່າຍດາຍ, ນຳໃຊ້ເຕັກໂນໂລຢີດີຈີຕອນໃນການກວດສອບບັນຊີ ແລະ ຕິດຕາມກວດກາພະລັງງານ. ທີສອງແມ່ນເພີ່ມທະວີກົນໄກສົ່ງເສີມໃຫ້ບຸລິມະສິດດ້ານພາສີອາກອນ,ເງິນກູ້ຢຶມດ້ວຍຄ່າດອກເບ້ຍຕ່ຳແທນທີ່ພຽງແຕ່ໝູນໃຊ້ມາດຕະການແບບບັງຄັບ. ທີສາມສຳຫຼວດກວດຄືນບັນດາຂໍ້ກຳນົດກ່ຽວຂ້ອງເຖິງ ກອງທຶນ, ບຸລິມະສິດການເງິນ ເພື່ອຮັບປະກັນໃຫ້ເໝາະສົມກັບກົດໝາຍງົບປະມານແຫ່ງລັດສະບັບປັບປຸງໃນໄລຍະຈະມາເຖິງ, ກົດໝາຍວ່າດ້ວຍການລົງທຶນສາທາລະນະ ແລະ ກົດໝາຍວ່າດ້ວຍສ່ວນສາອາກອນ ຕ້ອງຄົບຊຸດ, ຕິດເຊື່ອມຕໍ່ເຂົ້າກັນ.

