ການຕ້ອນຮັບພະບາດສົມເດັດ ກຳປູເຈຍ Norodom Sihamoni ຢູ່ສະໜາມບິນ (ພາບ: TTXVN)

ຕອນເຊົ້າວັນທີ 28 ພະຈິກ, ພະບາດສົມເດັດ ກຳປູເຈຍ reah Bat Samdech Preah Boromneath Norodom Sihamoni ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 28 – 29 ພະຈິກ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ. ມາຕ້ອນຮັບຢູ່ສະໜາມບິນສາກົນ ໂນ້ຍບາຍ, ລວມມີ: ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ; ທ່ານ ຮ່າມິງຫາຍ ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ; ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ.

ໃນການຢ້ຽມຢາມຄັ້ງນີ້, ຄາດວ່າ ພະບາດສົມເດັດ Norodom Sihamoni ຈະມີການພົບປະສອງຝ່າຍ, ພົບປະກັບການນຳຂັ້ນສູງສຸດຂອງ ຫວຽດນາມ; ຜ່ານນັ້ນ ປະກອບສ່ວນເຮັດໃຫ້ການພົວພັນ ຫວຽດນາມ - ກຳປູເຈຍ ຕາມທິດນຳທີ່ວ່າ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ຍືນຍົງຍາວນານ” ເລິກເຊິ່ງຂຶ້ນຕື່ມ.