ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ຮອດ 9 ໂມງເຊົ້າຂອງວັນທີ 03 ກັນຍາ, ພາຍຸບົວລອຍ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 66 ຄົນ; ເຮືອນປະຊາຊົນກວ່າ 172.000 ຫຼັງ ຖືກເປ່ເພ. ກ່ຽວກັບຂົງເຂດກະສິກຳ, ພາຍຸດັ່ງກ່າວໄດ້ກໍ່ຜົນເສຍຫາຍຕໍ່ເນື້ອທີປູກເຂົ້າ ແລະ ພືດຜັກທັນຍາຫານເກືອບ 89.000 ເຮັກຕາ, ສັດປີກ, ສັດໃຫຍ່ກວ່າ 2.700 ໂຕ, ເນື້ອທີ່ປູກສິນໃນນ້ຳ 17.000 ເຮັກຕາ, ເນື້ອທີປ່າກວ່າ 50.000 ເຮັກຕາ. ກ່ຽວກັບຄົມມະນາຄົມກໍຖືກຜົນເສຍຫາຍຢ່າງໜັກໜ່ວງ. ຜົນເສຍຫາຍລວມທັງໝົດລວມມູນຄ່າປະມານ 15.860 ຕື້ດົ່ງ (ກວ່າ 600 ລ້ານ USD).

ຫວຽດນາມ ພວມຕ້ອງການແຫຼ່ງກຳລັງຢ່າງໃຫຍ່ຫຼວງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດກໍ່ຂຶ້ນ.

ເພື່ອແນໃສ່ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບຈາກໄພທຳມະຊາດ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ຮຽກຮ້ອງໃຫ້ບັນດາຜູ້ໃຈບຸນໃຈກຸສົນ, ບັນດາວິສາຫະກິດ, ອົງການຈັດຕັ້ງ, ສະມາຄົມ, ໝູ່ຄະນະຢູ່ພາຍໃນປະເທດ ແລະ ສາກົນ, ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ຊາວຕ່າງປະເທດ ອາໄສ ຢູ່ ຫວຽດນາມ ສະໜັບສະໜູນເງິນ, ວັດຖຸຊ່ວຍເຫຼືອປະຊາຊົນຜ່ານຜ່າໄພພິບັດທຳມະຊາດນີ້, ກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ.

ພະນັກງານ, ນັກຂ່າວ VOV5 ພ້ອມດ້ວຍບັນດາຜູ້ໃຈບຸນໃຈກຸສົນ, ວິສາຫະກິດຈະສົ່ງບັນດາການປະກອບສ່ວນຢ່າງແທດຈິງ, ການຊ່ວຍເຫຼືອຂອງທ່ານເຖິງມືປະຊາຊົນ ຜູ້ທີ່ພວມຕ້ອງການຄວາມຊ່ວຍເຫຼືອ.

ທຸກການຊ່ວຍເຫຼືອດ້ວຍເງິນ (ເງິນດົ່ງ, ສະກຸນເງິນຕ່າງປະເທດ) ກະລຸນາໂອນເຂົ້າບັນຊີ: ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5) ໂດຍກົງ. ຫຼືສົ່ງໂດຍກົງທີ່ ເຮືອນເລກທີ 45, ຖະໜົນ ບ່າຈ້ຽວ, ເກື໋ອນາມ, ຮ່າໂນ້ຍ.

ເລກບັນຊີ: 2612624356, ທະນາຄານການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV); Swift code: BIDVVNVX

ກະລຸນາລະບຸເນື້ອໃນໂອນເງິນຕາມຫຼັກການດັ່ງນີ້: ຊື່ໝູ່ຄະນະ/ສ່ວນບຸກຄົນ_ ຊ່ວຍເຫຼືອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸບົວລອຍ.

ການປະກອບສ່ວນຂອງທ່ານເຖິງວ່າຫຼາຍຫຼືໜ້ອຍ, ລ້ວນແຕ່ເປັນການປະກອບສ່ວນນຳເອົາຄວາມຫວັງ ແລະ ການຊ່ວຍເຫຼືອຢ່າງແທດຈິງໃຫ້ແກ່ປະຊາຊົນຜູ້ຖືກຜົນກະທົບຈາກພາຍຸ.