ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປກວດກາ, ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢູ່ຕາແສງ ກຸຍເດີດ(ພາບ: baoninhbinh.org.vn)
|
ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ໄລ່ຮອດເວລາ 17 ໂມງຕອນບ່າຍວັນທີ 30 ກັນຍາ, ພາຍຸ ບົວລອຍ ພ້ອມກັບຝົນຕົກ, ນ້ຳແກ່ງຖ້ວມ, ລົມຫົວກຸດ ໄດ້ກໍ່ຄວາມເສຍຫານຢ່າງໜັກໜ່ວງຢູ່ຫຼາຍແຂວງ, ນະຄອນຈາກເຂດພູດອຍທາງພາກເໜືອລົງຮອດພາກກາງ. ຕາມການສະຖິຕິໃນເບື້ອງຕົ້ນ, ມີເກືອບ 50 ຄົນເສຍຊີວິດ, ຫາຍສາບສູນ ແລະ ກວ່າ 100 ຄົນຮັບບາດເຈັບ. ສະພາບກຳປັ່ນຈົມນ້ຳ, ດິນເຊາະເຈືອນເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ, ຄື: ລາວກາຍ, ນິງບິ່ງ, ແທັງຮວາ, ເງະອານ, ຮ່າຕິ້ງ, ກວາງຈີ້, ເຫ້ວ ແລະ ດ່ານັ້ງ.
ຕໍ່ໜ້າຄວາມເສຍຫາຍຢ່າງໃຫຍ່ຫຼວງຈາກພາຍຸ, ຝົນຕົກ, ຕອນຄ່ຳວັນທີ 30 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປກວດກາ, ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢູ່ຕາແສງ ກຸຍເດີດ ແລະ ຄັນຄູທະເລ ຫາຍທິ້ງ 3, ແຂວງ ນິງບິ່ງ, ເປັນ 2 ແຫ່ງມີຄວາມເສຍຫາຍຢ່າງໜັກໜ່ວງທີ່ສຸດຍ້ອນພາຍຸ ບົວລອຍ ກໍ່ຂຶ້ນຢູ່ແຂວງ. ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົ່າຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວມີຜູ້ຖືກເຄາະຮ້າຍ ແລະ ຢືນຢັນວ່າ ພັກ, ລັດ ໄດ້ຊີ້ນຳຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຮີບເຮັ່ງ ເພື່ອຟື້ນຟູຜົນຮ້າຍຢ້ອນຫຼັງຈາກພາຍຸ, ຝົນຕົກ, ນ້ຳຖ້ວມ ແລະ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໂດຍໄວ.
ກ່ຽວກັບຝ່າຍທ້ອງຖິ່ນ, ຢູ່ ລາວກາຍ, ອຳນາດການປົກຄອງທ້ອງຖິ່ນໄດ້ຮີບເຮັ່ງຍົກຍ້າຍ 1.000 ຄອບຄົວອອກຈາກເຂດມີຄວາມສ່ຽງເກີດດິນເຊາະເຈືອນ, ນ້ຳແກ່ງຖ້ວມ.
ຢູ່ ກາວບັ່ງ, ກຳລັງທີ່ມີໜ້າທີ່ໄດ້ໜູນຊ່ວຍຍົກຍ້າຍກວ່າ 800 ຄອບຄົວ, ນັກຮຽນ ແລະ ຄູອາຈານໃຫ້ອອກຈາກເຂດຖືກນ້ຳຖ້ວມ; ຮັບປະກັນສະບຽງອາຫານໃຫ້ແກ່ 100 ຄອບຄົວຖືກຕັດຂາດ…

