ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທ່ງລອງ ມອບໜ້າທີ່ໃຫ້ຄະນະພະນັກງານການແພດໄປໜູນຊ່ວຍລາວ(ພາບ: nhandan.com.vn)
|
ບັນດາທ່ານໝໍ, ແພດໝໍທີ່ໄດ້ສົ່ງໄປ ລາວ ແມ່ນທັງແນະນຳ, ທັງຜັນຂະຫຍາຍບັນດາວຽກງານລະອຽດໃຫ້ແກ່ລາວ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ປະຈຸບັນ, ລາວ ຕ້ອງການໄດ້ຮັບການໜູນຊ່ວຍກ່ຽວກັບການປິ່ນປົວ- ສ້າງຕັ້ງຫົວໜ່ວຍສຸກເສີນ, ວິໄຈ ແລະ ຜັນຂະຫຍາຍໂຮງໝໍພາກສະໜາມ; ໃນຕໍ່ໜ້າ ຫວຽດນາມ ຈະໜູນຊ່ວຍເຄື່ອງຊ່ວຍຫາຍໃຈ, ຜ້າອັດປາກ-ອັດດັງ ແລະ ບາງເຄື່ອງວັດຖຸອຸປະກອນອື່ນໆໃຫ້ແກ່ລາວ.
ກ່ອນໜ້ານັ້ນ, ວັນທີ 03 ພຶດສະພາ, ຢູ່ເຂດດ່ານຊາຍແດນສາກົນ ເກົ່າແຈວ (ຮ່າຕິ້ງ)-ນ້ຳພາວ (ບໍລິຄຳໄຊ), ໄດ້ດຳເນີພິທີມອບຮັບເຄື່ອງອຸປະກອນການແພດຂອງກະຊວງປ້ອງກັນປະເທດຊາດຫວຽດນາມ ຊ່ວຍເຫຼືອກະຊວງປ້ອງກັນປະເທດລາວ ແລະ ພິທີຕ້ອນຮັບນັກຊ່ຽວຊານການແພດຂອງກະຊວງປ້ອງກັນປະເທດຫວຽດນາມ ໄປໜູນຊ່ວຍ ລາວ ປ້ອງກັນ, ຕ້ານໂລກລະບາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

