ເວທີປາໄສ “ພັດທະນາຕົວເມືອງສີຂຽວຕາມທິດຍືນຍົງ”

ວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ໜັງສືພິມເສດຖະກິດ - ຕົວເມືອງ ໄດ້ຈັດເວທີປາໄສ “ພັດທະນາຕົວເມືອງສີຂຽວຕາມທິດຍືນຍົງ”. ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນເກືອບ 100 ທ່ານທີ່ມາຈາກບັນດາກະຊວງ, ຂະແໜງການ, ຄະນະສູນກາງ, ນະຄອນຮ່າໂນ້ຍ, ບັນດາວິສາຫະກິດ ແລະ ນັກປະຖະກະຖາຫຼາຍຄົນທີ່ເປັນນັກຊ່ຽວຊານ ກ່ຽວກັບການວາງແຜນກຳນົດພັດທະນາຕົວເມືອງ. ຕາມບັນດານັກຊ່ຽວຊານແລ້ວ, ຍຸດທະສາດພັດທະນາຕົວເມືອງສີຂຽວແບບຍືນຍົງສຸມໃສ່ 3 ເສົາຄ້ຳຫຼັກ: ພັດທະນາພື້ນທີ່ສີຂຽວ, ພະລັງງານທົດແທນ, ຄົມມະນາມຄົມແບບຍືນຍົງ. ການນຳໃຊ້ພະລັງງານທົດແທນແມ່ນສ່ວນໜຶ່ງ ທີ່ບໍ່ສາມາດຂາດໄດ້ໃນຍຸດທະສາດພັດທະນາຕົວເມືອງສີຂຽວ. ທ່ານຮອງລັດຖະມົນຕີກະຊວງກໍ່ສ້າງ ຟ້າມມິງຮ່າ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍທີ່ກ່ຽວຂ້ອງເຖິງການພັດທະນາບັນດາໂຄງການນຳໃຊ້ພະລັງງານ, ຊັບພະຍາກອນປະຢັດ, ມີປະສິດທີຜົນ, ປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພື້ນຖານເສດຖະກິດຕາມທິດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາແບບຍືນຍົງ.