ທ່ານປະທານປະເທດ ເລືອງເກື່ອງ ແລະ ພະບາດສົມເດັດພະມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah (ພາບ: VOV)

ຕອນບ່າຍວັນທີ 31 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ 2025 (APEC) ຢູ່ Gyeongju ,ປະເທດສ.ເກົາຫຼີ, ທ່ານປະທານປະເທດ ເລືອງເກື່ອງ ມີການພົບປະກັບ ພະບາດສົມເດັດພະມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah.

ທີ່ການພົບປະ, ທ່ານປະທານປະເທດ ເລື່ອງເກືອງສະແດງຄວາມຊົມເຊີຍຕໍ່ເລື່ອງ ພະບາດສົມເດັດພະມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah ຈະມາຢ້ຽມຢາມ ຫວຽດນາມ, ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ, ພິເສດແມ່ນໃນ 4 ຂົງເຂດບຸລິມະສິດລວມມີ: ນ້ຳມັນອາຍແກັດ, ເຄມີ, ປຸງແຕ່ງອາຫານ Halal , ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ. ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ບຣູໄນ ເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ; ພ້ອມທັງສະເໜີສອງຝ່າຍສົມທົບກັນ, ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດ Halal ໂດຍໄວ, ທ່ານປາດຖະໜາຢາກ ບຣູໄນ ສ້າງເງື່ອນໄຂໃຫ້ຜະລິດຕະພັນ Halal ຂອງ ຫວຽດນາມ ອາດສາມາດສົ່ງອອກໄປຍັງ ບຣູໄນ ແລະ ເຂົ້າຮ່ວມລະບົບສະໜອງສິນຄ້າ, ອາຫານ Halal ທົ່ວໂລກ.

ສ່ວນ ພະບາດສົມເດັດພະມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah ປາດຖະໜາຢາກພັດທະນາການພົວພັນຮ່ວມມືແທ້ຈິງກັບ ຫວຽດນາມ ໃຫ້ຫຼາຍກ່ວາອີກ, ໃນນັ້ນມີບັນດາຂົງເຂດເສດຖະກິດການຄ້າ, ພະລັງງານ, ນ້ຳມັນອາຍແກັດ, ວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ.