ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານນາງ ບຸ່ຍທິຮວ່າ, ປະທານສະພາກາແດງ ຫວຽດນາມ, ປະທານສະພາຄຸ້ມຄອງມູນນິທິກາແດງ; ທ່ານນາງ ຟໍເກີ໋ມຮວາ, ຫົວໜ້າ VOV5; ທ່ານ ຫງວຽນສີຕຽນ, ຜູ້ອຳນວຍການໂຮງລະຄອນ ຕວ໋ຍແຈ໋; ທ່ານນາງ ຟານທິບິກທ້ຽນ, ປະທານເວທີປາໄສແມ່ຍິງ ຫວຽດນາມ ປະຈຳ ເອີຣົບ.
ໂຄງການ “ຊ່ວຍນ້ອງປະຕິບັດຄວາມຝັນ” ລວມມີບັນດາກິດຈະກຳຄື: ສະແດງ ແລະ ແລກປ່ຽນສິລະປະກັບບັນດານັກສິລະປິນ, ມອບເງິນຊ່ວຍເຫຼືອໃຫ້ແກ່ໂຮງຮຽນ, ມອບທຶນການສຶກສາ, ຂອງຂວັນໃຫ້ນັກຮຽນທຸກຍາກທີ່ຮຽນເກັ່ງ, ເດັກນ້ອຍທີ່ປະສົບປະກັບຄວາມຫຍຸ້ງຍາກເປັນພິເສດ.
ພວກນ້ອງຈະໄດ້ຮັບການຊ່ວຍເຫຼືອທາງດ້ານຈິດໃຈ ໂດຍຜ່ານລາຍການສະແດງສິລະປະ, ການແລກປ່ຽນກັບບັນດານັກສິລະປິນຂອງໂຮງລະຄອນ ຕວ໋ຍແຈ໋; ໄດ້ຮັບການຊ່ວຍເຫຼືອດ້ານວັດຖຸຈາກແຫຼ່ງງົບປະມານ, ການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນປະເທດ ກໍຄືປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ເອີຣົບ. ບັນດາການເຄື່ອນໄຫວມະນຸດສະທຳນີ້ ຈະໄດ້ແຜ່ກະຈາຍຢ່າງກວ້າງຂວາງຜ່ານຄື້ນວິທະຍຸ ຂອງ VOV5 ໃນ 13 ລາຍການກະຈາຍສຽງພາສາຕ່າງປະເທດ, ກໍຄື ໃນເວັບໄຊ vovworld.vn ຂອງວິທະຍຸກະຈາຍສຽງ ຫວຽດນາມ.
ຜ່ານພິທີລົງນາມໃນຂໍ້ຕົກລົງຮ່ວມມືຄັ້ງນີ້, ບັນດາຝ່າຍຕາງກໍປາດຖະໜາວ່າ ຈະສ້າງກຳລັງແຮງເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍໂຄງການດັ່ງກ່າວຢ່າງມີປະສິດທິຜົນ ແລະ ມີຄວາມໝາຍ. ພ້ອມດຽວກັນນັ້ນ, ກໍຢາກປຸກລຸກນ້ຳໃຈເມດຕາປານີ ແລະ ຮຽກຮ້ອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນປະກອບສ່ວນເຂົ້າໃນການເຄື່ອນໄຫວກຸສົນ, ວຽກງານຊ່ວຍເຫຼືອສັງຄົມ, ຊ່ວຍສຶກສາ ແລະ ແຜ່ກະຈາຍບັນດາຄຸນຄ່າມະນຸດສະທຳ, ນ້ຳໃຈເມດຕາປານີໃນໝູ່ປະຊາຊົນທຸກຊັ້ນວັນນະ./.
