ພິທີອອກເຄື່ອນພົນ ໂຮງໝໍກາງສະໜາມລະດັບ 2 ເລກ 7 ແລະ ກອງທະຫານຊ່າງແສງເລກ 4 ເດີນທາງໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ (ພາບ: qdnd.vn)

ຕອນເຊົ້າວັນທີ 22 ກັນຍາ, ຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນ ໂຮ່ຈີມິນ) ແລະ ສະຖານທີ່ຖ່າຍທອດສົດ ຢູ່ຫໍປະຊຸມ ກົມຮັກສາສັນຕິພາບ ຫວຽດນາມ (ຮ່າໂນ້ຍ), ກະຊວງປ້ອງກັນປະເທດ ໄດ້ຈັດພິທີອອກເຄື່ອນພົນໂຮງໝໍກາງສະໜາມລະດັບ 2 ເລກ 7 ແລະ ກອງທະຫານຊ່າງແສງເລກ 4 ເດີນທາງໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (UNMISS) ແລະ ເຂດ Abyei (UNISFA). ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການຮັກສາສັນຕິພາບ ສປຊ ເປັນປະທານພິທີ. ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວັນຈຽນ ໃຫ້ຮູ້ວ່າ ໃນ 11 ປີຜ່ານມາ, ຫວຽດນາມ ໄດ້ຈັດສົ່ງນາຍ ແລະ ພົນທະຫານ, ຂອງກອງທັບປະຊາຊົນ ແລະ ນາຍຕຳຫຼວດຂອງຕຳຫຼວດປະຊາຊົນ ກ່ວາ 1.300 ຄົນໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ໂດຍປະຊາຄົມສາກົນ ຮັບຮູ້ ແລະ ຕີລາຄາສູງ. ທ່ານພົນໂທ ຮ່ວາງຊວັນຈຽນ ເນັ້ນໜັກວ່າ ໂຮງໝໍກາງສະໜາມລະດັບ 2 ເລກ 7 ແລະ ກອງທະຫານຊ່າງແສງເລກ 4ເມື່ອໄປຮອດສະຖານທີ່ ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ຈິດໃຈສາກົນ, ປະຕິບັດສຳເລັດໜ້າທີ່ອັນສູງສົ່ງເຊິ່ງພັກ, ລັດ, ກອງທັບ ແລະ ປະຊາຊົນມອບໝາຍໃຫ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂຶ້ນຂອງ ສປຊ.