ການຖະແຫຼງຂ່າວ (ພາບ: VOV) |
ພິທີເປີດການລົງນາມສົນທິສັນຍາ ສປຊ ກ່ຽວກັບອາດຊະຍາກຳທາງອິນເຕີເນັດ ຈະດຳເນີນໃນລະຫວ່າງວັນທີ 25 – 26 ຕຸລາ ຢູ່ຮ່າໂນ້ຍ ແມ່ນການຖືເປັນສຳຄັນຂອງ ສປຊ ຕໍ່ຖານະບົດບາດ, ການປະກອບສ່ວນຂອງ ຫວຽດນາມ. ນີ້ແມ່ນການຢັ້ງຢືນຂອງ ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ທີ່ການຖະແຫຼງຂ່າວສາກົນ ກ່ຽວກັບພິທີເປີດການລົງນາມ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 8 ຕຸລາ ຢູ່ ຮ່າໂນ້ຍ.
ທີ່ການຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ດັ້ງຮວ່າງຢາງ ເນັ້ນໜັກວ່າ ເລື່ອງ ສປຊ ເລືອກເອົານະຄອນຫຼວງ ຮ່າໂນ້ຍ ແມ່ນສະຖານທີ່ຈັດພິທີເປີດການລົງນາມ ສົນທິສັນຍາ ສປຊ ກ່ຽວກັບອາດຊະຍາກຳທາງອິນເຕີເນັດ ໄດ້ສ້າງຂີດໝາຍສຳຄັນໃນປະຫວັດສາດການທູດຫຼາຍຝ່າຍຂອງ ຫວຽດນາມ ແລະ ການພົວພັນ ຫວຽດນາມ - ສປຊ.
ແບ່ງປັນກ່ຽວກັບວິວັດການເລີ່ມຕົ້ນບັນດາການເຈລະຈາກ່ຽວກັບສົນທິສັນຍາ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນວິວັດການນີ້, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ 8 ຮອບເຈລະຈາສົນທິສັນຍາ. ທ່ານໃຫ້ຮູ້ວ່າ:
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖືເຫດການນີ້ເປັນສຳຄັນທີ່ສຸດ ແລະ ໄດ້ຮັບຄຳເເຊື້ອເຊີນເຂົ້າຮ່ວມພິທີເປີດການລົງນາມທີ່ກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ. ສິ່ງນີ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງ ສປຊ ຕໍ່ສົນທິສັນຍານີ້ ກໍ່ຄືການຖືເປັນສຳຄັນຂອງ ສປຊ ທີ່ມີຕໍ່ຖານະບົດບາດ, ການປະກອບສ່ວນຂອງ ຫວຽດນາມ ໃນປະຊາຄົມສາກົນ. ເລື່ອງນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບຮູ້ໃນເອກະສານຂອງສົນທິສັນຍາ ກໍ່ສ່ອງແສງໃຫ້ເຫັນການຢັ້ງຢືນຂອງປະຊາຄົມສາກົນຕໍ່ການປະກອບສ່ວນຂອງ ຫວຽດນາມ ເຂົ້າສົນທິສັນຍາສະບັບນີ້.

