ພິທີເປີດງານຕະຫຼາດນັດສາກົນຂອງຂວັນຜະລິດຕະພັນຫັດຖະກຳສິລະປະກຳຮ່າໂນ້ຍ ຄັ້ງທີ 15 ປີ 2025 (ພາບ: nhandan.vn)

ງານຕະຫຼາດ Hanoi Giftshow 2025 ຈັດຂຶ້ນແຕ່ວັນທີ 9-12 ຕຸລາ, ດ້ວຍຂອບຂະໜາດ 450 ຮ້ານຂາຍເຄື່ອງ ຂອງບັນດາວິສາຫະກິດ, ຮາກຖານການຜະລິດພາຍໃນ ແລະ ຕ່າງປະເທດ, ຄາດວ່າຈະດຶງດູດແຂກເຂົ້າຢ້ຽມຊົມຫຼາຍກວ່າ 18,000 ເທື່ອຄົນ ແລະ ມີການບໍລິການທັງໂດຍກົງ ແລະ ອອນໄລ. ຜ່ານ ການຈັດຕັ້ງມາເປັນເວລາ 14 ປີ, Hanoi Giftshow ໄດ້ຢັ້ງຢືນ ບົດບາດ ແມ່ນ ຕະຫຼາດສະເພາະຂະແໜງງານຫັດຖະກຳສິລະປະກຳ ສົ່ງອອກທີ່ມີຄວາມເຊື່ອຖືຂອງພາກພື້ນອາຊີ-ປາຊີຟິກ. ກ່ອນໜ້ານັ້ນ, ຕອນບ່າຍ ວັນທີ 9 ຕຸລາ, ໃນຂອບເຂດ Hanoi Giftshow 2025, ພະແນກອຸດສາຫະກຳ-ການຄ້າ ນະຄອນຫຼວງຮ່າໂນ້ຍ ກໍໄດ້ຈັດພິທີມອບລາງວັນ ການແຂ່ງຂັນອອກແບບຜະລິດຕະພັນຫັດຖະກຳສິລະປະກຳ ຮ່າໂນ້ຍ 2025.