(ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ພິທີ)

ຕອນຄ່ຳວັນທີ 24 ທັນວາ, ຢູ່ ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໄດ້ຈັດພິທີມອບລາງວັນ ດາວຄຳດິນແດນ ຫວຽດນາມ ປີ 2024. 200 ເຄື່ອງໝາຍການຄ້າໄດ້ຮັບລາງວັນ ດາວເຫຼືອງເຂດດິນແດນ ຫວຽດນາມ ປີ 2024, ພິເສດແມ່ນ Top 10, ລ້ວນແຕ່ແມ່ນເຄື່ອງໝາຍການຄ້າໃຫຍ່, ມີຂອບຂະໜາດ, ມີອິດທິພົນຊື່ສຽງໃນຕະຫຼາດ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ, ເນັ້ນໜັກວ່າ:

“ພັກ, ລັດ ຍາມໃດກໍ່ຖືເປັນສຳຄັນ ແລະ ຕີລາຄາສູງບົດບາດຂອງວິສາຫະກິ, ຖືນີ້ແມ່ນກຳລັງໜູນສຳຄັນເພື່ອຊຸກຍູ້ການພັດທະນາ ແລະ ການເຕີບໂຕຂອງ ຫວຽດນາມ. ໃນທົດສະບັດບຸກບືນຂອງຊາດ, ນັກທະລຸກິດ, ວິສາຫະກິດແມ່ນເຈົ້າກຳສ້າງປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ໝັ້ນຄົງເຂັ້ມແຂງ, ປະຊາຊົນອີ່ມໜຳສຳລານ, ສົມບູນພູນສຸກ”

ທ່ານຮອງນາຍົກລັດຖະມົນຕີໃສ່ໃຈວ່າ, ບັນດາວິສາຫະກິດ, ນັກທຸລະກິດສືບຕໍ່ກຳແໜ້ນສະພາບການໂລກ, ຈາກນັ້ນເປັນເຈົ້າການຮັບມື; ຊຸກຍູ້ທ່າອ່ຽງໃໝ່, ເຕັກໂນໂລຊີໃໝ່ ແລະ ນຳມາເຊິ່ງບັນດາຄຸນຄ່າແບບຍືນຍົງ.