ພາບປະກອບ: VGP

ລັດຖະບານ, ບັນດາພັກການເມືອງ ແລະ ປະຊາຊົນ ສີລັງກາ ຍາມໃດກໍ່ຈົດຈຳຄຸນນະທາດ ແລະ ການຊີ້ນຳນຳພາທີ່ປີຊາສາມາດຂອງພັກກອມມູນິດ ຫວຽດນາມ ໃນພາລະກິດແຫ່ງການປົດປ່ອຍຊາດ ແລະ ກໍ່ສ້າງປະເທດຊາດໃນໄລຍະ 8 ທົດສະວັດຜ່ານມາ. ປັດຈຸບັນ, ສີລັງກາກໍ່ພວມຄົ້ນຄ້ວາ ແລະ ປຶກສາຫາລືຢ່າງລະອຽດຮູບແບບພັດທະນາຂອງ ຫວຽດນາມ ເພື່ອໝູນໃຊ້ເຂົ້າໃນເງື່ອນໄຂຢູ່ ສີລັງກາ. ນີ້ແມ່ນການເນັ້ນໜັກຂອງທ່ານ Geeganage Weerasinghe ເລຂາທິການໃຫຍ່ ພັກກອມມູນິດ ສີລັງກາ ໃນການຕອບສຳພາດຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

ທ່ານເລຂາທິການໃຫຍ່ Geeganage Weerasinghe ໃຫ້ຮູ້ວ່າ ສີລັງກາ ຕິດຕາມຢ່າງໃກ້ຊິດບັນດາການຜັນແປຂອງ ຫວຽດນາມ ແລະ ຮັບຮູ້ໄດ້ບັນດາເປົ້າໝາຍໃນຈຸດເວລາສະເຫຼີມສະຫຼອງ 100 ປີຂອງປະເທດຊາດ. ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງ ພັກກອມມູນິດ ຫວຽດນາມ, ປະເທດຊາດພວມມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດທັນສະໄໝ, ພັດທະນາ ແລະ ຫັນເປັນອຸດສາຫະກຳໃນປີ 2045. ທ່ານເລຂາທິການໃຫຍ່ Geeganage Weerasinghe ຢັ້ງຢືນວ່າ ພັກກອມມູນິດ ສີລັງກາ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການພົວພັນມິດຕະພາບ ກັບ ພັກກອມມູນິດ ຫວຽດນາມ ແລະ ເຊື່ອໝັ້ນວ່າການພົວພັນນີ້ ຈະສືບຕໍ່ໄດ້ຮັບການປັບປຸງໃນອະນາຄົດ.