(ທີ່ພິທີຕ້ອນຮັບທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄຶອຈັກກະພົບ ອົດສະຕາລີ) |
ຕອນບ່າຍວັນທີ 10 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບ ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄຶອຈັກກະພົບ ອົດສະຕາລີ ແລະ ທ່ານ Simeon Beckett, ສາມີ ຢ້ຽມຢາມທາງລັດຖະກິດ ຫວຽດນາມ.
ທີ່ການພົບປະສົນທະນາ, 2 ຝ່າຍໄດ້ເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງພັກ, ລັດ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ. 2 ຝ່າຍຖືວ່າ ການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບແມ່ນເສົາຄ້ຳສຳຄັນ; ເຫັນດີສືບຕໍ່ຜັນຂະຫຍາຍບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ມຸ່ງໄປເຖິງເລື່ອງບັນລຸວົງເງິນການຄ້າ 20 ຕື້ USD ແລະ ເພີ່ມທະວີການລົງທຶນ 2 ຝ່າຍຂຶ້ນທົບ 2 ເທົ່າໃນຊຸມປີຈະມາເຖິງ. 2 ຝ່າຍເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ. ອົດສະຕາລີ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ບັນດາປະເທດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ…
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ ໄດ້ພົບປະສົນທະນາກັບ ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄຶອຈັກກະພົບ ອົດສະຕາລີ ເຊັ່ນດຽວກັນ.
ການຢ້ຽມຢາມມີຄວາມໝາຍສຳຄັນ, ຊ່ວຍຢືນຢັນຄວາມຕັດສິນໃຈຂອງທັງ 2 ປະເທດໃນການປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ພິເສດແມ່ນການຮ່ວມມືດ້ານການເມືອງ ພາຍຫຼັງເວລາກວ່າ 1 ປີເຄິ່ງ ທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ສຳລັບ ຫວຽດນາມ, ເລື່ອງຕ້ອນຮັບທ່ານຜູ້ສຳເລັດຣາຊະການແຫ່ງເຄຶອຈັກກະພົບ ອົດສະຕາລີ ມາຢ້ຽມຢາມ ໄດ້ປະກອບສ່ວນຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ໂດຍຖືເປັນສຳຄັນການພົວພັນກັບບັນດາປະເທດຢູ່ພາກພື້ນ ມະຫາສະມຸດປາຊີຟິກໃຕ້.
ສຳລັບ ອົດສະຕາລີ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງແກ່ການພັດະນາການພົວພັນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ຫວຽດນາມ.

