(ພາບປະກອບ: TTXVN )

ປີ 2025, ຄາດວ່າສະພາບການສາກົນ, ພາກພື້ນ ແລະ ພາຍໃນປະເທດຍັງສືບຕໍ່ມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບເຖິງການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ. ສະນັ້ນ, ກົມຕະຫຼາດ ເອີລົບ - ທະວີບອາເມລິກາ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ຈະເພີ່ມທະວີການກຳແໜ້ນສະພາບການ, ການຜັນແປຂອງນະໂຍບາຍຂອງບັນດາປະເທດໃນພາກພື້ນ. ພິເສດ, ຊຸກຍູ້ການຜັນຂະຫຍາຍບັນດາສັນຍາການຄ້າເສລີ (FTA), ກົນໄກຮ່ວມມືທີ່ມີຢູ່ແລ້ວກັບບັນດາປະເທດຢູ່ພາກພື້ນ.

ການສະຖິຕິຊີ້ໃຫ້ເຫັນວ່າ, ປີ 2024, ວົງເງິນນຳເຂົ້າ - ສົ່ງອອກລະຫວ່າງ ຫວຽດນາມ ກັບພາກພື້ນຕະຫຼາດ ເອີລົບ - ທະວີບອາເມລິກາ ມີການຟື້ນຟູ ແລະ ບັນລຸລະດັບເຕີບໂຕຢ່າງແຮງເມື່ອທຽບໃສ່ປີ 2022. ຍອດວົງເງິນສົ່ງອອກ - ນຳເຂົ້າໃນປີ 2024 ຄາດວ່າບັນລຸ 250 ຕື້ USD, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ປີ 2022.