(ພາບປະກອບ: VOV)

ປີ 2025, ໂດຍອີງໃສ່ຕົວເລກຈາກບັນດາທ້ອງຖິ່ນທີ່ໄດ້ລົງທະບຽນ, ກະຊວງກໍ່ສ້າງ ຫວຽດນາມ ຄາດວ່າ ທັງປະເທດຈະກໍ່ສ້າງສຳເລັດເຮືອນຢູ່ສັງຄົມກວ່າ 100.000 ຫຼັງ. ອັດຕາຫັນເປັນຕົວເມືອງທົ່ວປະເທດຢ່າງໜ້ອຍສຸດບັນລຸ 45%... ນີ້ແມ່ນບັນດາເປົ້າໝາຍທີ່ໄດ້ຮັບຮູ້ໃນກອງປະຊຸມສະຫຼຸບວຽກງານປີ 2024 ແລະ ຜັນຂະຫຍາຍໜ້າທີ່ປີ 2025 ຂອງຂະແໜງກໍ່ສ້າງ ເຊິ່ງຈັດຂຶ້ນໃນວັນທີ 14 ທັນວາ ຢູ່ຮ່າໂນ້ຍ.

ກ່ຽວກັບໝາກຜົນພັດທະນາເຮືອນຢູ່ສັງຄົມ ປີ 2024, ທ່ານ ໂງເລິມ ຫົວໜ້າຫ້ອງວ່າການກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ໜຶ່ງໃນບັນດາຂີດໝາຍພົ້ນເດັ່ນໃນການປະຕິບັດແຜນຮ່າງ “ລົງທຶນກໍ່ສ້າງເຮືອນຢູ່ສັງຄົມ ຢ່າງໜ້ອຍສຸດ 1 ລ້ານຫຼັງໃຫ້ແກ່ເປົ້າໝາຍທີ່ມີລາຍຮັບຕ່ຳ ແລະ ກຳມະກອນເຂດອຸດສາຫະກຳ ໄລຍະ 2021 – 2030” ນັ້ນແມ່ນ ກະຊວງກໍ່ສ້າງໄດ້ຈັດກອງປະຊຸມຜັນຂະຫຍາຍແຜນຮ່າງດັ່ງກ່າວຢ່າງສຳເລັດຜົນ; ວາງອອກເປົ້າໝາຍ ປີ 2025 ກໍ່ສ້າງສຳເລັດເຮືອນຢູ່ສັງຄົມ 130.000 ຫຼັງ ໃຫ້ແກ່ແຕ່ລະທ້ອງຖິ່ນ. ມາຮອດປັດຈຸບັນ, ໃນທົ່ວປະເທດ ໄດ້ຜັນຂະຫຍາຍ 644 ໂຄງການເຮືອນຢູ່ສັງຄົມ ດ້ວຍຂອບຂະໜາດກວ່າ 580.000 ຫຼັງ.