ພິທີປຸກລະດົມໂຄງການຕີລາຄາ, ປະກາດວິສາຫະກິດຍືນຍົງຢູ່ ຫວຽດນາມ ປີ 2025 (ພາບ: VOV)

ນີ້ແມ່ນປີທີ 10, ໂຄງການໄດ້ຈັດຂຶ້ນເພື່ອແນໃສ່ເຊີດຊູສັນລະເສີນບັນດາວິສາຫະກິດປະຕິບັດບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດແບບຍືນຍົງໃຫ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການສ້າງປະຊາຄົມວິສາຫະກິດດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ພັດທະນາແບບຍືນຍົງ ແລະ ກວມລວມ. ທີ່ພິທີ, ທ່ານ ຫງວຽນກ໋ວາງວິງ, ຮອງປະທານ VCCI, ປະທານສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ໃຫ້ຮູ້ວ່າ:

ຊຸດດັດຊະນີວິສາຫະກິດແບບຍືນຍົງ ຍາມໃດກໍ່ເຄື່ອນເໜັງ, ຍາມໃດກໍ່ໄດ້ຮັບການອັບເດດ. ປະຊາຄົມວິສາຫະກິດ ຫວຽດນາມ ເລີ່ມມີຄວາມລຶ້ງເຄີຍກັບປະມວນ ດັດຊະນີນີ້. ພວກຂ້າພະເຈົ້າໄດ້ອັບເດດປະມວນນີ້ບົນພື້ນຖານສົມທົບກັບບັນດານັກຊ່ຽວຊານ, ບັນດາອົງການ, ຄະນະ, ຂະແໜງການ ເພື່ອໃຫ້ປະຊາຄົມຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍນັບມື້ນັບເຂົ້າໃຈກ່ຽວກັບປະມວນດັດຊະນີນີ້.