ສ.ເກົາຫຼີ ກຳນົດເວລາດຳເນີນວາລະອະພິປາຍພິຈສາລະນາໂທດປະທານາທິບໍດີ (ພາບ: Reuters) |
ວັນທີ 16 ທັນວາ, ສານຍຸຕິທຳຂອງ ສ.ເກົາຫລີ ໄດ້ປະກາດ ເລີ່ມຕົ້ນບັນດາລະບຽບການດ້ານຕຸລາການໃຫ້ແກ່ກອງປະຊຸມຂອງສານກ່ຽວກັບການພິຈາລະນາໂທດທ່ານປະທານາທິບໍດີ Yoon Suk Yeol ແລະ ຈະຈັດວາລະອະພິປາຍຄັ້ງທຳອິດໃນເວລາ 2ໂມງບ່າຍ ວັນທີ 27 ທັນວາ ຈະມາເຖິງ. ຂໍ້ຕົກລົງດັ່ງກ່າວໄດ້ຮັບການປະກາດໃນການປະຊຸມຂອງບັນດາຜູ້ພິພາກສາຊື່ງໄດ້ຈັດຂຶ້ນໃນວັນທີ 16 ທັນວາ ເພື່ອປຶກສາຫາລືກ່ຽວກັບບັນດາລະບຽບການ ແລະ ຕົກລົງກຳນົດວັນດຳເນີນວາລະອະພິປາຍເພື່ອພິຈາລະນາບັນດາຂໍ້ອ້າງ ແລະ ຫລັກຖານທີ່ກ່ຽວຂ້ອງ.
ບັນດາວາລະອະພິປາຍ ແລະ ກອງປະຊຸມຂອງສານ ຫລັງຈາກນັ້ນ ລ້ວນແຕ່ໄດ້ຈັດຂຶ້ນແບບເປີດເຜີຍ ແລະທ່ານປະທານາທິບໍດີ Yoon Suk Yeol ຈະຕ້ອງເຂົ້າຮ່ວມບັນດາການເຄື່ອນໄຫວນີ້, ຍົກເວັ້ນວາລະອະພິປາຍທຳອິດໃນວັນທີ 27 ທັນວາ.
ຕາມການກຳນົດແລ້ວ, ສານລັດຖະທຳມະນູນ ມີເວລາຫລາຍສຸດແມ່ນ 180 ວັນ ເພື່ອຍົກອອກຄຳຕັດສິນຂອງສານ ແລະ ຖ້າຫາກສານ ໃຫ້ສັດຕະຍາບັນມະຕິພິຈາລະນາໂທດ, ທ່ານປະທານາທີບໍດີ Yoon Suk Yeol ຈະຖືກປົດຕຳແຫນ່ງ, ກາຍເປັນປະທານາທິບໍດີ ຜູ້ທີສອງໃນປະຫວັດສາດຂອງສ. ເກົາຫລີ ຖືກປົດຕຳແຫນ່ງພາຍຫລັງທ່ານນາງ Park Geun Hye ປີ 2017. ໃນກໍລະນີນີ້, ສ. ເກົາຫລີ ຈະຈັດຕັ້ງການເລືອກຕັ້ງປະທານາທິບໍດີຄົນໃຫມ່ ໃນເວລາ 60 ວັນ.

