ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເລືອງເກື່ອງຊີ້ແຈ້ງວ່າ ຜ່ານໄລຍະ 80 ປີຜ່ານມາ, ນັບແຕ່ເວລາ ປະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ, ການສຶກສາຍາມໃດກໍ່ຮ່ວມເດີນທາງພ້ອມກັບປະຊາຊົນ ແລະ ປະຫວັດສາດຂອງປະເທດຊາດ. ທ່ານປະທານປະເທດ ສະເໜີຂະແໜງການສຶກສາ ສືບຕໍ່ເຊື່ອມຊືມຢ່າງເລິກເຊິ່ງ ແນວທາງ, ແຜນນະໂຍບາຍ, ທັດສະນະຂອງພັກ, ແນວຄິດໂຮ່ຈີມິນກ່ຽວກັບການສຶກສາ - ບຳລຸງສ້າງ ແລະ ໃນຄັ້ງຫຼ້າສຸດແມ່ນມະຕິເລກທີ 71 ຂອງກົມການເມືອງກ່ຽວກັບການພັດທະນາການສຶກສາ ແລະ ບຳລຸງສ້າງ, ສຸມໃສ່ບູລະນະບັນດາຂໍ້ກຳນົດດ້ານກົດໝາຍເພື່ອແກ້ໄຂຈຸດອຸດຕັນ, ຂໍ້ຕິດຂັດກ່ຽວກັບລະບອບລະບຽບການ, ກົນໄກ, ນະໂຍບາຍຢ່າງທັນການ, ຊຸກຍູ້ນະວັດຕະກຳ ແລະ ຂໍ້ລິເລີ່ມພັດທະນາການສຶກສາ ແລະ ບຳລຸງສ້າງ. ທ່ານປະທານປະເທດ ເລືອງເກື່ອງ ສະເໜີວ່າ:

ຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍຄູສອນຢ່າງມີປະສິດທິຜົນ, ສ້າງນະໂຍບາຍສອດຄ່ອງເພື່ອລະດົມຜູ້ມີຄວາມເກັ່ງກ້າ ຢູ່ນອກກຳລັງຄູສອນເຂົ້າຮ່ວມການສິດສອນ, ຝືກອົບຮົບໃຫ້ແກ່ບັນດາໂຮງຮຽນ. ຢຶດໝັ້ນກັບການສ້າງວັດທະນະທຳໂຮງຮຽນ, ວັດທະນະທຳທີ່ມີຄຸນນະພາບ, ການຮຽນຕົວຈິງ, ການຝືກງານໃນຕົວຈິງຕິດພັນກັບຄວາມຮັບຜິດຊອບເປັນແບບຢ່າງຂອງຖັນແຖວຄູສອນ. ເພີ່ມທະວີການສຶກສາຄຸນສົມບັດ, ພູມປັນຍາ, ສຸຂະພາບ, ຄວາມງາມຢ່າງຮອບດ້ານ ສ້າງລະບົບຄຸນຄ່າຊາວຫວຽດນາມໃນສະໄໝໃໝ່. ສິ່ງສຳຄັນທີ່ສຸດໃນການສຶກສານັ້ນແມ່ນການສຶກສາກ່ຽວກັບຄຸນສົມບັດ, ການສ້າງຄົນຕ້ອງເລີ່ມຕົ້ນຈາກບຸກຄະລິກກະພາບ, ຫຼັງຈາກນັ້ນຈຶ່ງຮອດການສຶກສາກ່ຽວກັບຄວາມຮູ້ ແລະ ທັກສະ.

ໃນໂອກາດນີ້, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ມອບທຸງແຂ່ງຂັນຂອງກະຊວງການສຶກສາ ແລະ ບຳລຸງສ້າງໃຫ້ແກ່ 11 ໝູ່ຄະນະທີ່ມີຜົນງານດີເດັ່ນ, ມອບໃບຍ້ອງຍໍໃຫ້ແກ່ 12 ໝູ່ຄະນະ ແລະ 12 ສ່ວນບຸກຄົນມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ “ປ່ຽນແປງໃໝ່ການຄວບຄຸມ, ສິດສອນ ແລະ ການຮຽນຢ່າງມີຫົວຄິດປະດິດສ້າງ” ໄລຍະ 2020 - 2025. ພ້ອມທັງປຸກລະດົມຂະບວນການແຂ່ງຂັນຂອງຂະແໜງການສຶກສາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດຊາດ ໄລຍະ 2025 – 2030.