ກອງປະຊຸມຄົບຄະນະຂອງ ສະພາແຫ່ງຊາດ ສ.ເກົາຫຼີ ໃນວັນທີ 10 ທັນວາ (ພາບ: Yonhap/TTXVN) |
ວັນທີ 12 ທັນວາ, ສະພາແຫ່ງຊາດ ສ.ເກົາຫຼີ ໄຂວາລະປະຊຸມຄົບຄະນະເພື່ອປ່ອນບັດກ່ຽວກັບຮ່າງກົດໝາຍໂດຍໄອຍະການພິເສດສະເໜີ ແນໃສ່ສືບສວນທ່ານປະທານາທິບໍດີ Yoon Suk Yeol ມີການກະທຳຜິດໃນການສ້າງຄວາມວຸ້ນວາຍ ແລະ ບັນດາການກະທຳລະເມີດອື່ນໆ ທີ່ກ່ຽວຂ້ອງເຖິງການປະກາດກົດໄອຍະການເສິກ ໃນໄລຍະເວລາອັນສັ້ນວັນທີ 3 ທັນວາ.
ພັກປະຊາທິປະໄຕ (DP) ຝ່າຍຄ້ານ ຈະຍົກອອກການກະທຳພິຈາລະນີໂທດໃໝ່ ສຳລັບທ່ານປະທານາບໍດີ Yoon Suk Yeol ແລະ ລາຍງານຕໍ່ວາລະປະຊຸມຄົບຄະນະ. ຕາມກົດໝາຍຂອງ ສ.ເກົາຫຼີ ແລ້ວ, ການກະທຳພິຈາລະນາໂທດ ຕ້ອງໄດ້ນຳມາປ່ອນບັດພາຍໃນ 24 ຊົ່ວໂມງ ຫາ 72 ຊົ່ວໂມງ ພາຍຫຼັງໄດ້ຮັບການລາຍງານໃນວາລປະຊຸມຄົບຄະນະ. ດັ່ງນັ້ນ, ພັກປະຊາທິປະໄຕ ໄດ້ວາງເປົ້າໝາຍຍົກເອົາການກະທຳນີ້ ມາປ່ອນບັດໃນວາລະປະຊຸມຄົບຄະນະຂອງສະພາແຫ່ງຊາດໃນວັນທີ 14 ທັນວາ ຈະມາເຖິງ.

