ວັນທີ 16 ທັນວາ, ສະພາແຫ່ງຊາດ ເຢຍລະມັນ ໄດ້ປ່ອນບັດບໍ່ໄວ້ວາງໃຈສຳລັບລັດຖະບານສ່ວນຫນ້ອຍ ໂດຍ ທ່ານນາຍົກລັດຖະມົນຕີ Olaf Scholz ນຳພາ. ໃນການປ່ອນບັດ, ລັດຖະບານຂອງທ່ານນາຍົກລັດຖະມົນຕີ Olaf Scholz ພຽງແຕ່ໄດ້ຮັບບັດສະຫນັບສະຫນູນ 207 ບັດ, ບັດຄ້ານ 394 ບັດ ແລະ ບັດຂາວ 116 ບັດ. ດ້ວຍໝາກຜົນນີ້, ທ່ານນາຍົກລັດຖະມົນຕີ Olaf Scholz ຈະຕ້ອງຮຽກຮ້ອງປະທານາທິບໍດີ Frank-Walter Steinmeier ຍຸບເລີກສະພາແຫ່ງຊາດ ເພື່ອຈັດຕັ້ງການເລືອກຕັ້ງໂດຍໄວ. ທ່ານປະທານາທິບໍດີ ເຢຍລະມັນ ຈະອອກຄຳຕັດສິນຍຸບເລີກສະພາແຫ່ງຊາດ ໃນເວລາ 21 ວັນ ແລະ ການເລືອກຕັ້ງຄັ້ງໃຫມ່ ຈະໄດ້ຈັດຕັ້ງໃນຮອບເວລາ 60 ວັນຫລັງຈາກນັ້ນ.

ໃນບົດກ່າວປາໄສກ່ອນທີ່ປ່ອນບັດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ Scholz ໄດ້ເຕື້ອງເຖິງຄວາມເສຍຫາຍໂດຍບັນດາການຂັດແຍ້ງຢ່າງຕໍ່ເນື່ອງລະຫວ່າງບັນດາຝ່າຍໃນພັນທະມິດ “ໄຟຈະລາຈອນ” ໄດ້ກໍ່ຄວາມເສຍຫາຍ ແລະ ສະແດງໃຫ້ເຫັນຄວາມເສຍດາຍຕໍ່ຄວາມເສຍຫາຍນັ້ນ. ທ່ານເນັ້ນຫນັກວ່າ ສະພາບຂາດຄວາມສາມັກຄີພາຍໃນພັນທະມິດໄດ້ເຮັດໃຫ້ທ່ານບໍ່ສາມາດອົດທົນໄດ້ອີກແລ້ວ.