ຫໍສະພາແຫ່ງຊາດ ອາເມລິກາ (ພາບ: REUTERS)

ຕອນຄ່ຳວັນທີ 12 ພະຈິກ, ຕາມເວລາທ້ອງຖິ່ນ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍຢ່າງເປັນທາງການ ເພື່ອແນໃສ່ຢຸດຕິຄັ້ງປິດປະຕູລັດຖະບານຂອງ ອາເມລິກາ ໃນໄລຍະຍາວທີ່ສຸດໃນປະຫວັດສາດຂອງປະເທດນີ້, ເປີດເສັ້ນທາງໃຫ້ແກ່ການເຊື່ອມຕໍ່ບັນດາໂຄງການໜູນຊ່ວຍດ້ານສະບຽງອາຫານ, ຈ່າຍເງິນເດືອນໃຫ້ແກ່ພະນັກງານ ສະຫະພັນນັບແສນຄົນ ແລະ ຟື້ນຟູບັນດາການເຄື່ອນໄຫວຂອງລະບົບຄວບຄຸມທາງອາກາດ. ດ້ວຍບັດເຫັນດີ 222 ບັດ ແລະ ບັດຄ້ານ 209 ບັດ, ສະພາຕ່ຳ ອາເມລິກາ ໂດຍພັກສາທາລະນະ ຄວບຄຸມ ໄດ້ຮັບຮອງເອົາບ້ວງງົບປະມານ, ຍ້ອນມີການສະໜັບສະໜູນຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເຖິງວ່າປະສົບກັບການຄັດຄ້ານຢ່າງແຮງຈາກພັກປະຊາທິປະໄຕ. ກ່ອນໜ້ານັ້ນ, ສະພາສູງໄດ້ຮັບຮອງເອົາຮ່າງກົດໝາຍ ແລະ ທຳນຽບຂາວ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Trump ຄາດວ່າຈະເຊັນປະກາດໃຊ້ໃນວັນທັນທີ ເຊິ່ງຈະປິດໄລຍະ 43 ວັນທີ່ລັດຖະບານຕ້ອງຢຸດຕິການເຄື່ອນໄຫວສ່ວນໃດສ່ວນໜຶ່ງຢ່າງເປັນທາງການ.