ມະຕິຮຽກຮ້ອງໃຫ້ອີຣານ ຕ້ອງແຈ້ງກ່ຽວກັບສະພາບການສາງ uranium ເສີມທາດ ແລະ ບັນດາສະຖານທີ່ນິວເຄຼຍຖືກຖີ້ມລະເບີດໂດຍໄວ, ໃນນັ້ນຊີ້ແຈ້ງວ່າ ອີຣານ ຕ້ອງອະນຸຍາດ IAEA ມີສິດເຂົ້າເຖິງບັນດາຮາກຖານນິວເຄຼຍ, 5 ເດືອນພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ແລະ ອາເມລິກາ ເລັ່ງໃສ່ບັນດາຮາກຖານນິວເຄຼຍຂອງ ອີຣານ. ກ່ອນໜ້ານັ້ນ, ອີຣານໄດ້ກ່າວເຕືອນ ອາເມລິກາ ແລະ ກຸ່ມ E3(ລວມມີ: ອັງກິດ, ຝລັ່ງ ແລະ ເຢຍລະມັນ) ກ່ຽວກັບມະຕິສະບັບນີ້ ໂດຍເນັ້ນໜັກວ່າ ຖ້າມະຕິໄດ້ຮັບການຮັບຮອງເອົາຈະສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ຕໍ່ການຮ່ວມມືຂອງປະເທດນີ້ກັບ IAEA. ປັດຈຸບັນ ອີຣານ ຍັງບໍ່ທັນອະນຸຍາດໃຫ້ບັນດານັກກວດກາ ເຂົ້າໄປສະຖານທີ່ນິວເຄຼຍ ທີ່ອາເມລິກາ ແລະ ອິດສະລາແອັນຖິ້ມລະເບີດໃສ່ເມື່ອເດືອນມິຖຸນາປີ 2025.