ເຮືອນຫຼັງຕ່າງໆຖືກທຳລາຍໃນເຫດບຸກໂຈມຕີຂອງ ອິດສະລາແອັນ (ພາບ: THX/TTXVN)

ຕອນບ່າຍວັນທີ 11 ທັນວາ, ຢູ່ສຳນັກງານສປຊ ທີ່ນະຄອນ ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິວາດ້ວຍການຮຽກຮ້ອງຢຸດຕິໃນທັນທີ, ໂດຍໄຮ້ເງື່ອນໄຂ ແລະ ແກ່ຍາວຢູ່ ເຂດກາຊາ. ດ້ວຍບັດສະໜັບສະໜູນ 158 ບັດ, ບັດຄ້ານ 9 ບັດ ແລະ ບັດຂາວ 13 ບັດ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິເລກທີ A/ES-10/L33 ວ່າດ້ວຍການຮຽກຮ້ອງຢຸດຍິງໃນທັນທີ, ໂດຍໄຮ້ເງື່ອນໄຂ ແລະ ແກ່ຍາວຢູ່ເຂດກາຊາ, ພ້ອມທັງໃຫ້ປ່ອຍ ຕົວປະກັນໝົດທຸກຄົນເປັນອິດສະຫຼະໃນທັນທີ ແລະ ໄຮ້ເງື່ອນໄຂ. ໄປຄຽງຄູ່ກັນນັ້ນ, ສະມັດຊາໃຫຍ່ ສປຊ ກໍ່ຮຽກຮ້ອງ ອິດສະລາແອັນ ລົບລ້າງຄຳສັ່ງເກືອດຫ້າມສຳລັບ ອົງການກູ້ຊ່ວຍ ແລະ ວຽກເຮັດງານທຳຂອງ ສປຊ ສຳລັບຜູ້ອົບພະຍົບລີ້ໄພ ປາແລັດສະຕິນ.