ສຳນັກງານສະພາແຫ່ງຊາດ ອາເມລິກາ (ພາບ: THX/TTXVN)

ວາລະການປ່ອນບັດຂອງສະພາສູງ ອາເມລິກາ ໄດ້ແກ່ຍາວກວ່າ 24 ຊົ່ວໂມງ, ໃນນັ້ນ ບັນດາສະມາຊິກສະພາສູງ ໄດ້ປ່ອນບັດລົງຄະແນນສຽງກ່ຽວກັບນັບສິບຂໍ້ສະເໜີ ປ່ຽນແປງສຳລັບຮ່າງກົດໝາຍສະບັບດັ່ງກ່າວ.

ຜົນການປ່ອນບັດໃນວັນທີ 01 ກໍລະກົດ ແມ່ນໄຊຊະນະທີ່ສຳຄັນໃນການສ້າງກົດໝາຍຂອງພັກສາທາລະນະ ໃນຂະນະທີ່ຕັ້ງຄວາມຫວັງວ່າ ຮ່າງກົດໝາຍສະບັບດັ່ງກ່າວຈະກາຍເປັນຈຸດສຸມໃນອາຍຸການທີ 2 ຂອງປະທານາທິບໍດີ ອາເມລິກາ Donald Trump ແລະ ກຳນົດທິດຄືນບົດບາດຂອງອຳນາດການປົກຄອງສະຫະລັດ.

ຮ່າງກົດໝາຍລວມທັງການຕໍ່ກຳນົດເວລາບັນດາບ້ວງຫຼຸດຜ່ອນພາສີອາກອນ ນັບແຕ່ອາຍຸການທຳອິດຂອງທ່ານປະທານາທິບໍດີ Donald Trump ເມື່ອປີ 2017; ເພີ່ມງົບປະມານໃຫ້ແກ່ກອງທັບ; ປະຕິບັດບັນດາແຜນການປະຕິບັດກົດໝາຍເຂົ້າຕັ້ງຖິ່ນຖານ ແລະ ເນລະເທດຊາວຕ່າງປະເທດຈຳນວນຫຼາຍຂອງທ່ານປະທານາທິບໍດີ Donald Trump…

ຫວູເຮີບ ແລະ ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ