ວັນທີ 7 ມັງກອນ, ສະພາຕ່ຳ ລີບີ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຄວາມປອງດອງຊາດ ດ້ວຍບັດເຫັນດີກວມເອົາສ່ວນຫຼາຍ. ໃນຖະແຫຼງການ, ທ່ານ Abdullah Blehig ໂຄສົກ ສະພາຕ່ຳ ລີບີ ເຜີຍໃຫ້ກອງປະຊຸມໄດ້ຮັບຊາບວ່າ ບັນດາສະມາຊິກລັດຖະສະພາ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມປອງດອງຊາດ. ພາຍຫຼັງທີ່ສຳເລັດຂໍ້ຕົກລົງ ແລະ ຊັ່ງຊາບັນດາມາດຕາຂອງຮ່າງກົດໝາຍ, ສະພາຕ່ຳ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຄວາມປອງດອງຊາດ ດ້ວຍຈຳນວນບັດເຫັນດີກວມເອົາສ່ວນຫຼາຍ.