ຕອນຄ່ຳວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ສະຖານທູດລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ ລາວ ພສ 2562.
ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ຜູ້ມີ ອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ຫວຽດນາມ |
ເຂົ້າຮ່ວມພິທີດັ່ງກ່າວມີທ່ານ ເຈິ່ນກ໊ວກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ, ທ່ານນາງ ຕ່ອງທິຟ໊ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ, ທ່ານນາງ ດັ້ງທິງອກທິ້ງກຳມະການສູນກາງພັກ, ຮອງປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ບັນດາສະຫາຍ ການນຳກະຊວງ, ຂະແໜງການ, ທ້ອງຖິ່ນພ້ອມກັບບັນດາແຂກມີກຽດຂອງ ຫວຽດນາມ - ລາວ… ກ່າວຄຳເຫັນທີ່ພິທີ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ຜູ້ມີ ອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ຫວຽດນາມ, ໄດ້ຕີລາຄາສູງການຊ່ວຍເຫຼືອຂອງ ຫວຽດນາມ ໃຫ້ແກ່ ລາວ ໃນຕະຫຼອດໄລຍະທີ່ຜ່ານມາ:
ທ່ານນາງ ຕ່ອງທິຟ໊ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ |
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ຕາງໜ້າພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານນາງ ຕ່ອງທິຟ໊ອງ ໄດ້ສົ່ງຄຳອວຍພອນປີໃໝ່ ເຖິງການນຳພັກ, ລັດ, ລັດຖະບານ ແລະ ປະຊາຊົນ ລາວ ບັນດາເຜົ່າ, ພ້ອມທັງຢັ້ງຢືນວ່າ:
“ພັກກອມມູນິດ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ພ້ອມກັບ ພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງບັນດາເຜົ່າຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ມິດຕະພາບແບບພິເສດຢ່າງບໍ່ຢຸດຢັ້ງ, ຍູ້ແຮງການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ມີປະສິດທິຜົນ, ແທດຈິງກ່ວາອີກ. ຕອບສະໜອງຄວາມມຸ່ງຫວັງ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ - ສະຖຽນລະພາບ - ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ”
ພາຍຫຼັງກ່າວຄຳເຫັນໄຂພິທີ, ບັນດາ ແຂກຖືກເຊີນໄດ້ພ້ອມກັນເຂົ້າຮ່ວມພິທີບາສີສູ່ຂວັນ, ຟ້ອນລຳວົງ ແລະ ຮັບປະທານອາຫານພື້ນເມືອງ ຂອງ ລາວ.
ພິທີບາສີສູ່ຂວັນ |



