ທ່ານນາງປະທານາທິບໍດີ Karin Keller-Sutter (ພາບ:Reuters/TTXVN)

ວັນທີ 8 ມັງກອນ, ທ່ານນາງປະທານາທິບໍດີ ສະວິດ Karin Keller-Sutter ແຈ້ງໃຫ້ຊາບວ່າ ປະເທດນີ້ ພ້ອມແລ້ວທີ່ຈະສວມບົດບາດເປັນກາງໄກເກ່ຍເພື່ອຊ່ວຍແກ້ໄຂການປະທະກັນຢູ່ ຢູແກຼນ. ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ X, ທ່ານນາງປະທານາທິບໍດີ Karin Keller-Sutter ຊີ້ແຈ້ງວ່າ ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຢູ ແກຼນ Volodymyr Zelensky; ພ້ອມທັງຢັ້ງຢືນວ່າ ສະວິດ ຈະຮັກສາການໜູນຊ່ວຍໃຫ້ແກ່ ກີແອັບ ຜ່ານບັນດາໂຄງການມະນຸດສະທຳ ແລະ ສ້າງສາປະເທດຊາດຄືນໃໝ່ໃນຍາວນານ, ພ້ອມທັງສະແດງເຈດຕະນາດີຢາກປະກອບສ່ວນເຂົ້າໃນວິວັດທະນາການເຈລະຈາໄກເກ່ຍ.

ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງສາຍພົວພັນກັບ ສະວິດ, ພ້ອມທັງຕີລາຄາສູງເລື່ອງ Bern ຍາມໃດກໍຊຸກຍູ້ບັນດາຄວາມມານະພະຍາຍາມເຈລະຈາໄກເກ່ຍ. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ພັດບໍ່ເຕື້ອງເຖິງຄວາມອາດສາມາດ ຈະດຳເນີນການພົບປະສອງຝ່າຍກັບຄູ່ຕຳແໜ່ງ ສະວິດ ຫຼື ບໍ່.