ປະຊາຊົນລໍຖ້າກວດສຸຂະພາບ ຢູ່ Kwango, ກົງໂກ (ພາບ: Reuters/TTXVN) |
ວັນທີ 17 ທັນວາ, ກະຊວງສາທາລະນະສຸກ ສາທາລະນະລັດປະຊາທິປະໄຕ ກົງໂກ ຢັ້ງຢືນວ່າ ພະຍາດແປກໃໝ່ X ພວມເກີດຂຶ້ນຢູ່ເຂດ Panzi ຂອງປະເທດນີ້ ແມ່ນປະເພດໜຶ່ງຂອງໄຂ້ຍຸງໜັກ. ໃນຖະແຫຼງການ, ກະຊວງສາທາລະນະສຸກ ຊີ້ແຈ້ງວ່າ: “ຄວາມລັບສຸດທ້າຍກໍ່ໄດ້ຮັບຄຳຕອບແລ້ວ. ນັ້ນແມ່ນກໍລະນີໄຂ້ຍຸງປະເພດໜັກ ແບບພະຍາດລະບົບຫາຍໃຈ... ແລະ ຮ້າຍແຮງກວ່າແມ່ນຍ້ອນການຂາດສານອາຫານ”.
ຕາມອົງການອະນາໄມໂລກ (WHO) ແລ້ວ, ແຕ່ວັນທີ 24 ຕຸລາ ຮອດວັນທີ 5 ທັນວາ ຜ່ານມາ, ສາທາລະນະລັດ ກົງໂກ ຢັ້ງຢຶນມີ 406 ກໍລະນີຕິດເຊື້ອ ແຕ່ຍັງບໍ່ທັນຮູ້ສາຍເຫດລະອຽດ ດ້ວຍບັນດາອາການຄື ເປັນໄຂ້, ເຈັບຫົວ, ໄອ, ນ້ຳມູກໄຫຼ ແລະ ເຈັບກ້າມເນື້ອ. ບັນດາກໍລະນີເຈັບໜັກມີອາການຫາຍໃຈຍາກ, ຂາດເລືອດ ແລະ ສານອາຫານແບກກະທັນຫັນ. ຕາມການສະຖິຕິຂອງອໍານາດການປົກຄອງທ້ອງຖິ່ນ ໄດ້ຊີ້ໃຫ້ເຫັນວ່າ ພະຍາດດັ່ງກ່າວ ໄດ້ເຮັດໃຫ້ມີປະຊາຊົນກວ່າ 143 ຄົນ ຢູ່ແຂວງ Kwango ເສຍຊີວິດໃນເດືອນ ພະຈິກ.

