(ພາບ: VOV) |
ຕອນເຊົ້າວັນທີ 11 ມິຖຸນາ, ສູນເຕັກໂນໂລຊີຍຸດທະສາດ Viet Nam - Australia (AVSTC) ໄດ້ເປີດສະຫຼອງຢ່າງເປັນທາງການທີ່ ຮ່າໂນ້ຍ. ສູງດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ລິເລີ່ມການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ແລະ ການຄ້າ Australia ພ້ອມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ກະຊວງການຕ່າງປະເທດ ແລະ ການຄ້າ Australia ໄດ້ສະໜອງບ້ວງເງິນໜູນຊ່ວຍໃນເບື້ອງຕົ້ນແມ່ນ 2.1 ລ້ານໂດລາ Australia (AUD) ເພື່ອສ້າງຕັ້ງສູນ. ບໍລິສັດໂທລະຄົມະນາຄົມທົ່ວໂລກ Nokia ສະໜອງເຄື່ອງອຸປະກຳອນເຕັກນິກ ເພື່ອໜູນຊ່ວຍການເຄື່ອນໄຫວຂອງສູນ.
ໃນພິທີເປີດສະຫຼອງ, 8 ໂຄງການອຸປະຖຳເຕັກໂນໂລຊີຍຸດທະສາດ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດານັກວິທະຍາສາດ Viet Nam ແລະ Australia ທີ່ມີມູນຄ່າ 400.000 AUD (ກ່ວາ 260.000 USD) ໄດ້ປະກາດ. ບັນດາໂຄງການສຸມໃສ່ຂົງເຂດປັນຍາປະດິດ, ຄວາມໝັ້ນຄົງທາງອິນເຕີເນັດ, ດາວທຽມ…ເປົ້າໝາຍໄດ້ຮັບການອຸປະຖຳ ແມ່ນກຸ່ມຄົ້ນຄ້ວາຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ ແລະ ວິສາຫະກິດສອງປະເທດ.

