ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຫງວຽນຮວ່າບິ່ງ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຫງວຽນຮວ່າບິ່ງ ເນັ້ນໜັກວ່າ ເລື່ອງສ້າງສູນການເງິນລະດັບພາກພື້ນ ແລະ ສາກົນ ຢູ່ ຫວຽດນາມ ມີຄວາມໝາຍ, ບົດບາດສຳຄັນທີ່ສຸດ, ແມ່ນໜຶ່ງໃນບັນດານນະໂຍບາຍຊີ້ຂາດທາງດ້ານການເມືອງທີ່ສຳຄັນເພື່ອກະກຽມໃຫ້ແກ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ; ສ້າງກົນໄກ, ແຫຼ່ງກຳລັງໃໝ່, ແມ່ນ “ກຳລັງໜູນ” ຢ່າງແຮງສຳລັບພື້ນຖານເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ສະເໜີໃຫ້ສຸມໃສ່ສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບສູນການເງິນໃຫ້ສົມບູນແບບ, ໃນນັ້ນ ມີຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບສູນການເງິນ… ພ້ອມດຽວກັນນັ້ນ, ເອົາໃຈໃສ່ເຖິງການຈັດແບ່ງ, ລະດົມແຫຼ່ງກຳລັງສ້າງພື້ນຖານໂຄງລ່າງ ແລະ ພັດທະນາສູນການເງິນ; ກະກຽມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນກົງຈັກລັດ ຮັບໃຊ້ໃຫ້ແກ່ການຄຸ້ມຄອງ, ການເຄື່ອນໄຫວຂອງສູນການເງິນ.

ຕາມແຜນການຄາດຄະເນແລ້ວ, ສູນການເງິນສາກົນ ຈະໄດ້ຮັບການສ້າງຕັ້ງຂຶ້ນຢູ່ນະຄອນ ໂຮ່ຈີມິນ ແລະ ສູນການເງິນລະດັບພາກພື້ນຈະໄດ້ຮັບການສ້າງຕັ້ງຂຶ້ນຢູ່ ດ່າໜັງ.