ພາບປະກອບ: VOV

ຮູບເງົາ ກ່ຽວກັບ 81 ວັນ ແລະ ຄືນ ປົກປ້ອງກຳແພງເກົ່າ ກວ໋າງຈິ - ຝົນແດງ ໄດ້ເຮັດໃຫ້ບັນດາຄວາມຊົງຈຳກ່ຽວກັບສົງຄາມກັບຄືນມາ, ເພື່ອໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ນັກຮົບເກົ່າ ແລະ ລຸ້ນຄົນໃນປັດຈຸບັນ ພ້ອມກັນແບ່ງປັນ, ສະແດງຄວາມຮູ້ບຸນຄຸນ ແລະ ສືບຕໍ່ຄວາມມຸ່ງຫວັງແຫ່ງສັນຕິພາບ. ຕອນບ່າຍວັນທີ 14 ກັນຍາ, ຢູ່ນະຄອນ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ ສະມາຄົມຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ ຈັດການສາຍຮູບເງົາຮອບພິເສດ ຮູບເງົາ “ຝົນແດງ” ໃຫ້ແກ່ຜູ້ຊົມພິເສດນັ້ນແມ່ນ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ນັກຮົບເກົ່າ. ຮູບເງົາໄດ້ວາດຄືນພາບບັນດານັກຮົບໜຸ່ມ, ສ່ວນຫຼາຍແມ່ນນັກຮຽນ, ນັກສຶກສາທີ່ ໄດ້ອາສາສະໝັກອອກເດີນທາງໄປຄຕໍ່ສູ້ສັດຕູ ດ້ວຍຈິດໃຈຮັກຊາດເປັນທີ່ສຸດ. ນີ້ແມ່ນສານທີ່ມີຄວາມໝາຍທີ່ສຸດໄດ້ສົ່ງໄປຍັງໄວໜຸ່ມໃນມື້ນີ້. ນັກຮົບເກົ່າ ຫງວຽນເລແທັງ, ຜູ້ທີ່ເຄີຍຕໍ່ສູ້ຢູ່ສະໜົມຮົບເຂດຊາຍແດນ ໄຕນາມ, ຕື້ນຕັນໃຈເມື່ອເບິ່ງຮູບເງົາຫວນຄືນແລ້ວຄິດເຖິງ ເພື່ອນຮ່ວມກົມກອງເກົ່າ ແບ່ງປັນວ່າ:

ຜ່ານຮູບເງົາຝົນແດງ, ຂ້າພະເຈົ້າເຫັນວ່າມ່ວນຫຼາຍ, ເປັນຕົ້ນແມ່ນນ້ຳໃຈສະຫາຍ. ເພື່ອນຮ່ວມກົມກອງຂອງຂ້າພະເຈົ້າໃນມື້ນັ້ນກໍ່ເສຍສະຫຼະຊີວິດຫຼາຍຄົນ. ຂ້າພະເຈົ້າຢູ່ໃນຂຸມຄອງສູ້ຮົບຕະຫຼອດ 25 ວັນແລະ ຄືນ, ບໍ່ອາບນ້ຳລ້າງໂຕ, ຕ້ອງຕາກແດດຕາກຝົນ, ພ້ອມກັບອ້າຍນ້ອງແບ່ງກັນກິນເຂົ້າໜົມຮ່ຳຄົນລະປ່ຽງ, ເຂົ້າປັ້ນປົນກັບດີນແດງ… ປັດຈຸບັນ ໄດ້ດຳລົງຊີວິດທ່າມກາງສັນຕິພາບ, ພວກເຮົາ ແຕ່ລະຄົນຕ້ອງສາມັກຄີກັນເພື່ອສ້າງປະເທດຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ.