ທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ. ຈີນ (ພາບ: THX/TTXVN) |
ໃນວັນທີ 27 ຕຸລາ, ທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ. ຈີນ ໄດ້ສົນທະນາທາງໄກ ກັບ ທ່ານ ມາຣໂຄ ໂລບີໂອລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດອາເມຣິກາ, ໃນການສົນທະນາສອງຝ່າຍໄດ້ສະແດງຄວາມປາດຖະໜາວ່າ ສອງປະເທດຈະພ້ອມກັນມຸ່ງໄປສູ່ຂ້າງໜ້າ, ກະກຽມບັນດາກິດຈະກຳພົບປະຂັ້ນສູງ ແລະ ສ້າງເຂື່ອນໄຂສະດວກໃຫ້ແກ່ການພັດທະນາ ສາຍພົວພັນສອງຝ່າຍເປັນປົກກະຕິ. ການສົນທະນາທາງໄກຈັດຂຶ້ນໃນສະພາບການທີ່ສອງຝ່າຍ ກຳລັງກະກຽມໃຫ້ແກ່ ການພົບປະລະຫວ່າງ ທ່ານ ສີຈິ້ນຜິງ ແລະ ທ່ານ ທຣຳ ຢູ່ນອກກອງປະຊຸມຂັ້ນສູງ ເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ຢູ່ ເກົາຫຼີໃຕ້ ໃນອາທິດນີ້. ທ່ານ ຫວັງອີ້ ໄດ້ຢັ້ງຢືນວ່າ ບັນດາການຫາລືໄດ້ຊ່ວຍໃຫ້ສອງຝ່າຍເຮັດແຈ້ງຫຼັກໝັ້ນ ແລະ ເພີ່ມທະວິຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ສາຍພົວພັນສອງຝ່າຍອາດບັນລຸຄວາມຄືບໜ້າທີ່ຕັ້ງໜ້າ ຖ້າຫາກສອງປະເທດພ້ອມກັນໃຫ້ຄຳໝັ້ນສັນຍາໃນການແກ້ໄຂຂໍ້ຂັດແຍ່ງກັນຜ່ານການສົນທະນາ ຫຼີກລ່ຽງບັນດາມາດຕະການກໍ່ຄວາມກົດດັນພຽງລຳພັງຝ່າຍດຽວ
ໃນວັນດຽວກັນ, ໃນເວັບໄຊສັງຄົມ X, ສະຖານທູດ ຈີນ ປະຈຳ ວໍຊິງຕັນ ກໍ່ໄດ້ອອກຖະແຫຼງການຢືນຢັນວ່າ ສາຍພົວພັນລະຫວ່າງ ສປ. ຈີນ ແລະ ສະຫະລັດອາເມຣິກາ ສາມາດເປັນປົກກະຕິ. ໃນວັນດຽວກັນ ໃນການຢ້ຽມຢາມປະເທດ ຍີ່ປຸ່ນ ທ່ານປະທານາທິບໍດີ ທຣຳ, ກໍ່ໄດ້ຢືນຢັນວ່າສະຫະລັດອາເມຣິກາ ແລະ ສປ. ຈີນ “ຈະບັນລຸໄດ້ຂໍ້ຕົກລົງການຄ້າທີ່ສຳຄັນພໍສົມຄວນ” ໃນໄລຍະໃກ້ໆນີ້.

