ຜູ້ແທນເຂົ້າຮ່ວມລາຍການ(ພາບ: IOM)
|
ຕອນບ່າຍວັນທີ 19 ທັນວາ, ຢູ່ ຮ່າໂນ້ຍ, ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ຈັດພິທີສະເຫຼີມສະຫຼອງວັນສາກົນຊາວອົບພະຍົບ 2024 (18 ທັນວາ) ແລະ ການໂອ້ລົມສົນທະນາ "ການເດີນທາງອົບພະຍົບ: ບັນດາຮອຍກ້າວທີ່ສ້າງແຫຼ່ງບັນດານໃຈ". ເຫດການມີການເຂົ້າຮ່ວມຂອງຊາວອົບພະຍົບ, ຜູ້ຕາງໜ້າຊາວໜຸ່ມ ແລະ ບັນດາອົງການຈັດຕັ້ງສາກົນກວ່າ 180 ຄົນ.
ຢູ່ທີ່ນີ້, ທ່ານນາງ ຟານທິມິງຢາງ, ຮອງຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ຕໍ່ໜ້າທ່າອ່ຽງການອົບພະຍົບທີ່ນັບມື້ນັບເພີ່ມຂຶ້ນນັ້ນ, ລັດຖະບານ ຫວຽດນາມ ມີຫຼາຍນະໂຍບບາຍຊຸກຍູ້ການອົບພະຍົບທີ່ຖືກຕ້ອງຕາມກັບກົດໝາຍ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງ ປ້ອງກັນ, ຕ້ານການອົບພະຍົບຜ່ານບັນດາຊ່ອງທາງບໍ່ເປັນທາງການ. ຫວຽດນາມ ໄດ້ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດ, ຄູ່ຮ່ວມມືສາກົນ ເພື່ອສ້າງເຄືອຂ່າຍສາກົນຮັບປະກັນການອົບພະຍົບທີ່ຖືກຕ້ອງຕາມກົດໝາຍ. ພິເສດ, ຫວຽດນາມ ໄດ້ ແລະ ພວມປະຕິບັດຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບທີ່ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຢ່າງເຂັ້ມງວດ, ມີປະສິດທິຜົນ.

