|
(ພາບ: REUTERS/Eduardo Munoz)
|
ວັນທີ 12 ກັນຍາ, ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ປ່ອນບັດຮັບຮອງເອົາ “ຖະແຫຼງການ ນິວຢອກ”, ເຊິ່ງເປັນມະຕິເພື່ອຟື້ນຟູມາດຕະການ 2 ລັດລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ - ດ້ວຍເງື່ອນໄຂບໍ່ມີການເຂົ້າຮ່ວມຂອງ ຮາມາດສ. ມີບັດເຫັນດີ 142 ບັດ, ບັດຄ້ານ 10 ບັດ - ໃນນັ້ນມີ ອິດສະຣາແອັນ ແລະ ອາເມລິກາ, ມີບັດຂາວ 12 ບັດ. ມະຕິໄດ້ກ່າວປະນາມ ຮາມາດສ, ຮຽກຮ້ອງກຳລັງນີ້ປົດອາວຸດ ແລະ ປ່ອຍຕົວປະກັນທັງໝົດເປັນອິດສະຫຼະ, ພ້ອມກັນນັ້ນ, ກໍ່ກ່າວປະນາມບັນດາການບຸກໂຈມຕີແນໃສ່ສາມັນຊົນໃນວັນທີ 07 ຕຸລາ 2023. ຖະແຫຼງການຮຽກຮ້ອງໃຫ້ມີການກະທຳລວມໝູ່ ເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ, ກ້າວໄປເຖິງມາດຕະການທີ່ມີຄວາມຍຸຕິທຳ, ສັນຕິພາບ ແລະ ຍືນຍົງ, ອີງໃສ່ການປະຕິບັດມາດຕະການແກ້ໄຂ 2 ລັດຢ່າງມີປະສິດທິຜົນ. ຖະແຫຼງການກໍ່ເຕື້ອງເຖິງຄວາມອາດສາມາດຜັນຂະຫຍາຍ “ຄະນະປະຕິບັດງານສາກົນຊົ່ວຄາວ ເພື່ອຮັກສາສະພາບການເປັນປົກກະຕິ” ຢູ່ ກາຊາ ຕາມການມອບສິດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ແນໃສ່ໜູນຊ່ວຍສາມັນຊົນ ປາແລັດສະຕິນ ແລະ ສ້າງເງື່ອນໄຂເພື່ອໃຫ້ອຳນາດການປົກຄອງ ປາແລັດສະຕິນ ດຳລົງໜ້າທີ່ຮັບປະກັນຄວາມໝັ້ນຄົງ.
