ວັນທີ 12 ມິຖຸນາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງການຢຸດຍິງໃນທັນທີ, ໂດຍບໍ່ມີເງື່ອນໄຂ ແລະ ຍາວນານຢູ່ເຂດ ກາຊາ, ພ້ອມກັນນັ້ນແມ່ນປ່ອຍຕົວປະກັນເປັນອິດສະຫຼະໃນທັນທີ ແລະ ເຊື່ອມຕໍ່ການອຸປະຖຳມະນຸດສະທຳເພື່ອສະກັດກັ້ນໄພອຶດຫິວ.
ມະຕິໄດ້ຮັບຮອງເອົາດ້ວຍອັດຕາບັດເຫັນດີເຫັນພ້ອມ 149 ບັດ, ບັດຄ້ານ 12 ບັດ ແລະ ບັດຂາວ 19 ບັດ, ກະຕຸກຊຸກຍູ້ ອິດສະຣາແອັນ “ຢຸດຕິການປິດລ້ອມເຂດ ກາຊາ ໃນທັນທີ, ເປີດບັນດາປະຕູດ່ານຊາຍແດນທັງໝົດ ແລະ ຮັບປະກັນເຄື່ອງອຸປະຖຳໄດ້ສົ່ງເຖິງປະຊາຊົນເຂດດິນແດນນີ້ໃນທັນທີ ແລະ ດ້ວຍຂອບຂະໜາດໃຫຍ່”.
ພ້ອມກັນນັ້ນ, ມະຕິຍັງກ່າວປະນາມຢ່າງແຮງຕໍ່ທຸກການກະທຳທີ່ນຳໃຊ້ຄວາມອຶດຫິວຂອງປະຊາຊົນເປັນເຄື່ອງມືສົງຄາມ, ພ້ອມກັນນັ້ນ, ຮຽກຮ້ອງສ້າງເງື່ອນໄຂໃນທັນທີ ແລະ ຍາວນານໃຫ້ບັນດາການເຄື່ອນໄຫວສະໜອງເຄື່ອງອຸປະຖຳມະນຸດສະທຳຢ່າງຮອບດ້ານ, ວ່ອງໄວ, ປອດໄພ ແລະ ບໍ່ຖືກກີດຂວາງໃນຂອບຂະໜາດໃຫຍ່.
