ວັນທີ 29 ຕຸລາ, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ຮັບຮອງເອົາມະຕິໂດຍ ກຸຍບາ ຍື່ນສະເໜີ, ມີຊື່ວ່າ “ຄວາມຈຳເປັນຕ້ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ອາເມລິກາ ຈັດວາງສຳລັບ ກຸຍບາ”. ດ້ວຍບັດເຫັນດີ 165 ບັດ, ບັດຄ້ານ 7 ບັດ ແລະ ບັດຂາວ 12 ບັດ, ເລື່ອງສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິໄດ້ຢືນຢັນສະຕິປັນຍາ, ຄວາມຍຸຕິທຳ ແລະ ຄວາມເປັນຈິງ ທີ່ຢືນຢູ່ຝ່າຍປະຊາຊົນ ກຸຍບາ. ນີ້ເປັນຄັ້ງທີ 34 ທີ່ ກຸຍບາ ຍື່ນສະເໜີຮ່າງມະຕິຮຽກຮ້ອງ ອາເມລິກາ ຍົກເລີກຄຳສັ່ງຂວ້ຳບາດຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ.
ກ່ອນໜ້ານັ້ນ, ໃນການຖະແຫຼງຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ກຸຍບາ Bruno Rodríguez Parrilla ໃຫ້ຮູ້ວ່າ ຄວາມເສຍຫາຍໂດຍນະໂຍບາຍຂອງ ອາເມລິກາ ກໍ່ຂຶ້ນ ຄາດວ່າແມ່ນຂຶ້ນເຖິງ 7,556 ຕື້ USD ໃນປີ 2024, ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ປີ 2023.
ຕາມບັນດາຂໍ້ມາດຕາຂອງມະຕິທີ່ໄດ້ຮັບຮອງເອົາ, ສະມັດຊາໃຫຍ່ສະຫະປະຊາຊາດ ຮຽກຮ້ອງໃຫ້ບັນດາປະເທດອື່ນທີ່ໄດ້ ແລະ ພວມນຳໃຊ້ກົດໝາຍ ຫຼື ມາດຕະການໜູນຊ່ວຍຄຳສັ່ງຂວ້ຳບາດ ກຸຍບາ ຈົ່ງຍົກເລີກມັນຍິ່ງໄວກໍ່ຍິ່ງດີ.
