ກອງປະຊຸມສະຫະປະຊາຊາດ
(ພາບ: TTXVN)

ວັນທີ 02 ມັງກອນ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ມີ 5 ປະເທດກຳມະການໃໝ່ ດ້ວຍອາຍຸການ 2 ປີ, ແທນໃຫ້ບັນດາປະເທດສະມາຊິກຫາກໍ່ໝົດອາຍຸການ.

ຕາມນັ້ນແລ້ວ, 5 ປະເທດສະມາຊິກບໍ່ຖາວອນໃໝ່ຂອງສະພາຄວາມໝັ້ນຄົງ ທີ່ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງໃນເດືອນ ມິຖຸນາ 2024, ລວມມີ: ແດນມາກ, ເກຼັກ, ປາກິດສະຖານ, ປານາມາ ແລະ ໂຊມາລີ ໄດ້ຮັບໜ້າທີ່ຢ່າງເປັນທາງການ, ແທນໃຫ້ບັນດາປະເທດທີ່ໝົດອາຍຸການ. ຄາດວ່າ, ພິທີຊັກທຸງຂອງບັນດາປະເທດສະມາຊິກໃໝ່ອາຍຸການ 2025 – 2026 ຈະຈັດຂຶ້ນດ້ວຍພິທີພິເສດຢູ່ນອກຫ້ອງປະຊຸມຂອງອົງການມີສິດອຳນາດທ່ີສຸດຂອງສະຫະປະຊາຊາດນີ້.

ທ່ານເອກອັກຄະລັດຖະທູດ ອານເຊຣີ Amar Bendjama, ປະທານສະພາຄວາມໝັ້ນຄົງສະຫະປະຊາຊາດໃນເດືອນ ມັງກອນ 2025, ຮຽກຮ້ອງໃຫ້ສະມາຊິກທັງໝົດຂອງສະຫະປະຊາຊາດ ຈົ່ງເຮັດວຽກຢ່າງບໍ່ຢຸດບໍ່ເຊົາ ແລະ ມີປະສິດທິຜົນ ເພື່ອຮັກສາບັນດາຄຸນຄ່າຂອງລັດທິຫຼາຍຝ່າຍ.