ຄະນະພະນັກງານ, ພາລະກອນສະຖານທູດ ຫວຽດນາມ ໄປຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ

ນະທີ່ນີ້, ທ່ານນາງ ຈິ້ງທິເຕິມ, ອັກຄະລັດຖະທູດຫວຽດາມ ປະຈຳລາວ, ໄດ້ຂຽນຄວາມໃນໃຈໃສ່ປຶ້ມອະນຸສອນສະແດງຄວາມເປັນກຽດເມື່ອໄດ້ມາຖະຫວາຍດອກໄມ້ຢູ່ໜ້າຮູບປັ້ນຂອງຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ, ເພື່ອນຜູ້ຍິ່ງໃຫຍ່ ແລະ ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ທ່ານນາງກໍ່ຢັ້ງຢືນວ່າ: ສະຖານທູດ ແລະ ບັນດາອົງການສຳນັກງານຜູ້ຕາງໜ້າ ຫວຽດນາມ ປະຈຳລາວຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຂອງລາວ ຢ່າງບໍ່ຢຸດຢັ້ງເພື່ອເປັນຂົວເຊື່ອມຕໍ່ຢ່າງໝັ້ນແກ່ນ, ປະກອບສ່ວນເພີ່ມພູນຄູນສ້າງ, ຊຸກຍູ້ການພົວພັນຮ່ວມມືພິເສດລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ເວີນທຽງ - ດັ້ງທຸ່ຍ, ນັກຂ່າວ VOV ປະຈຳລາວ