(ພາບ: REUTERS/Arnd Wiegmann)

ວັນທີ 06 ກໍລະກົດ, ກະຊວງການຕ່າງປະເທດ ສະວິດ ໃຫ້ຮູ້ວ່າ, ປະເທດນີ້ໄດ້ເປີດປະຕູສະຖານທູດປະຈຳ ເຕເຮຣານ ຄືນໃໝ່, ພາຍຫຼັດປິດປະຕູເປັນເວລາ 2 ອາທິດ, ຍ້ອນຄວາມເຄັ່ງຕຶງຂອງການປະທະກັນ ລະຫວ່າງ ອີຣານ ແລະ ອິດສະຣາແອັນ ເພີ່ມຂຶ້ນ. ທ່ານເອກອັກຄະລັດຖະທູດ ສະວິດ Nadine Olivieri Lozano ໄດ້ກັບມາ ເຕເຮຣານ ຄືນໃໝ່. ແຈ້ງການຂອງກະຊວງການຕ່າງປະເທດ ສະວິດ ກໍ່ໃຫ້ຮູ້ວ່າ, ບັນດາການເຄື່ອນໄຫວຂອງສະຖານທູດຈະຄ່ອຍໆກັບຄືນສູ່ເປັນປົກກະຕິໂດຍອີງໃສ່ເງື່ອນໄຂຄວາມໝັ້ນຄົງປອດໄພຕົວຈິງ.

ສະຖານທູດ ສະວິດ ປະຈຳ ເຕເຮຣານ ໄດ້ສວມບົດບາດແກ່ນສານໃນການພົວພັນລະຫວ່າງ ອາເມລິກາ - ອີຣານ. ສະວິດ ແມ່ນປະເທດເປັນກາງໄດ້ຮັບການມອບສິດເປັນຕົນແທນໃຫ້ຜົນປະໂຫຍດດ້ານການທູດຂອງ ອາເມລິກາ ປະຈຳ ອີຣານ ນັບແຕ່ເມື່ອ 2 ປະເທດຕັດການພົວພັນດ້ານການທູດໃນປີ 1980. ຂໍ້ຕົກລົງເປີດສະຖານທູດຄືນໃໝ່ໄດ້ຮັບການຕີລາຄາວ່າ ແມ່ນສັນຍານຕັ້ງໜ້າ, ຊີ້ໃຫ້ເຫັນຄວາມມານະພະຍາຍາມຮັກສາບັນດາຊ່ອງສົນທະນາທາງການທູດລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ.